ຫົວຂໍ້ຄົ້ນຄວ້າວິທະຍາສາດທີໄດ້ຮັບທຶນ ຂອງກອງທຶນພັດທະນາວະທພຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2024 I ຫົວຂໍ້ຄົ້ນຄວ້າວິທະຍາສາດ 1. ພັດທະນາແບບຈໍາລອງຄະນິດສາດສໍາລັບຄາດຄະເນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃນແຂວງຈໍາປາສັກ 2. ສືກສາສານອາຫານຫລັກ ແລະ ສໍາຮອງບາງຊະໜິດທີ່ສໍາຄັນໃນເຂົ້າໜຽວ ແລະ ເຂົ້າຈ້າວ ຈໍານວນ 30 ແນວພັນ 3. ການອອກແບບລະບົບເຄືອຄ່າຍການສື່ສານໄລຍະໄກ LoRo 433 Mhz ນໍາໃຊ້ເຂົ້າໃນລະບົບ ແຈ້ງເຕືອນອັກຄີໄພທີ່ສາມາດລະບຸເສັ້ນທາງ ແລະ ສະຖານທີ່ເກີດເຫດ ເທິງແຜນທີ່Google maps 4. ວິໄຈຄຸນນະພາບຂອງແຮ່ຫີນປູນຈາກແຫຼ່ງທໍາມະຊາດ ໃນເຂດພາກເໜືອຂອງລາວ ເພື່ອນໍາໃຊ້ເຂົ້າໃນວຽກງານ ທີ່ເໝາະສົມ 5. ສຶກສາ ແລະ ພັດທະນາຜະລິດຕະພັນການເຮັດແຫ້ງໂຈ້ກເຂົ້າຮາງງອກດ້ວຍເຄື່ອອົບແຫ້ງແບບ freeze dry, drum, ແລະ hot air oven 6. ວິເຄາະຄຸນສົມບັດທາງຟີຊິກ ແລະ ເຄມີຂອງຫີນໂດໂລໄມທໍາມະຊາດ ຈາກພາກກາງຂອງລາວ ເພື່ອນໍາໃຊ້ໃນການປັບປຸງຄຸນນະພາບດິນ 7. ສະກັດ ແລະ ວິເຄາະປະລິມານແທນນິນຈາກເປືຶອກຄະຍອມເພື່ອໃຊ້ໃນການຕ້ານການແຜ່ຂະຫຍາຍຂອງເຊື້ອຈຸລິນຊີໃນນໍ້າຕານສົດ ຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ລາວ 8. ສຶກສາແຫຼ່ງການກໍາເນີດຂອງແຫຼ່ງແຮ່ຫາຍາກ ແລະ ແຫຼ່ງແຮ່ດິນໜຽວຂາວທີ່ຕິດພັນ ໃນແຂວງເຊກອງ 9. ສຶກສາປະສິດທິພາບຂອງມັນຕົ້ນ (ຫົວ-ໃບ) ຕໍ່ການນໍາໃຊ້ເປັນແຫຼ່ງອາຫານສັດ ແລະ ການຫຼຸດຜ່ອນການປ່ອຍອາຍແກັດສເມເທນ (CH4) ຈາກສັດຄ້ຽວເອື້ອງ 10. ຄົ້ນຄວ້າການເພາະລ້ຽງເຊື້ອເຫັດ ແລະ ກວດສອບຄຸນລັກສະນະທາງເຄມີຂອງເຫັດຫວາຍ ແລະ ເຫັດກໍ່ແດງ ໃນ ສປປ ລາວ 11. ສຶກສາ ແລະ ພັດທະນາລະບົບຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມ ຂອງບໍລິສັດເເຮ່ທາດຄໍາ ແຂວງອຸດົມໄຊ 12. ປັບປຸງປະສິດທິພາບເຕັກນິກດັ້ງເດີມໃນການຈັດການເຊື້ອລາໃນໄມ້ໄຜ່ບ້ານຢ່າງມີປະສິດທິພາບສູງຂຶ້ນ ກໍລະນີສຶກສາ: ເຂດອຸທະຍານແຫ່ງຊາດນາກາຍ-ນໍ້າເທີນ ເມືອງນາກາຍ ແຂວງຄໍາມ່ວນ 13. ສຶກສາຄວາມຫຼາກຫຼາຍຂອງພືດ ແລະ ເຊື້ອຈຸລະຊີບໃນເຂດນໍ້າອອນ-ພູອາກ, ອຸທະຍານແຫ່ງຊາດ ນາກາຍ-ນໍ້າເທີນ 14. ການສ້າງມາດຕະຖານຄວບຄຸມຄຸນນະພາບ ວັດຖຸດິບພືດເປັນຢາ ທີ່ເປັນເສດຖະກິດ ນໍາໃຊ້ເຂົ້າໃນການຜະລິດຢາພື້ນ ເມືອງລາວ 15. ປະສິດທິພາບຂອງການໃສຝຸ່ນໂດຍອີງໃສ່ຂໍ້ມູນການວິເຄາະທາງກາຍຍະພາບ ແລະ ເຄມີດິນຕໍ່ຜະລິດຕະພາບ ຂອງມັນຕົ້ນ ຢູ່ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ເຊກອງ 16. ສຶກສາປະສິດທິພາບ ຂອງເຊື້ອ kluyveromyces maxianus ໃນການຜະລິດ ethanol ຈາກມັນຕົ້ນ 17. ການວິໄຈຫາສານປົນເປື້ອນໂລຫະໜັກ ແລະ ສານຟໍມາລິນໃນອາຫານທະເລ ທີ່ຈໍາໜ່າຍໃນ ສປປ ລາວ 18. ສຶກສາຜົນກະທົບຈາກການເຄື່ອນຍ້າຍແຮງງານ ຕໍ່ກັບການພັດທະນາສັງຄົມ ຢູ່ ສປປ ລາວ (ກໍລະນີສຶກສາ: ແຂວງ ບໍ່ແກ້ວ, ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງຈໍາປາສັກ) 19. ສຶກສາເອກະລັກສະເພາະທາງດ້ານວັດທະນະທໍາ ຂອງ ຊາວໄຕດໍາ ຢູ່ 03 ແຂວງພາກເໜືອ ຂອງ ສປປ ລາວ 20. ແນວທາງການພັດທະນາ ແລະ ການຈັດການຜະລິດຕະພັນສິນຄ້າໂອດອບ (ODOP) ເຂດຍຸດທະສາດ ບໍລິເວນພື້ນທີ່ສະຖານີລົດໄຟ ລາວ-ຈີນ 21. ສຶກສາສະມັດຕະພາບຮ່າງກາຍ ແລະ ການສົ່ງເສີມສຸຂະພາບໃນໂຮງຮຽນ ຂອງນັກຮຽນຊັ້ນປະຖົມສຶກສາໃນ ສປປ ລາວ 22. ການພັດທະນາຮູບແບບການຈັດການທ່ອງທ່ຽວທາງ ທໍາມະຊາດ ແບບຍືນຍົງ ຂອງ ສປປ ລາວ 23. ສຶກສາດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ ຂອງຮີດ 12 ຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ 24. ສຶກສາການປັບຕົວຂອງຊົນເຜົ່າໄຕ ດ້ານຮີດຄອງປະເພນີ ໃນຍຸກ 4.0 ຢູ່ ແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ແລະ ແຂວງວຽງຈັນ 25. ຮູບແບບການມີສ່ວນຮ່ວມຂອງຊຸມຊົນໃນການອະນຸຮັກມໍລະດົກວັດທະນະທໍາ ໃນທ້ອງຖິ່ນທີ່ຍືນຍົງ ກໍລະນີສຶກສາ: ເຂດພື້ນທີ່ບູຮານສະຖານໃນເຂດພາກກາງ ຂອງ ສປປ ລາວ 26. ຜົນກະທົບຂອງໜີ້ສາທາລະນະຕໍ່ກັບການຂະຫຍາຍຕົວເສດຖະກິດ ຂອງ ສປປ ລາວ 27. ສິ່ງທ້າທາຍຕໍ່ກັບລາຍການຂ່າວໂທລະພາບຂອງລາວພາຍໃຕ້ບົດບາດຂອງສື່ໃໝ່ 28. ແນວທາງພັດທະນາຜະລິດຕະພັນ ການແປຮູບຈາກສາດຜື ຕໍ່ການສ້າງມູນຄ່າເພີ່ມຜະລິດຕະພັນ ເພື່ອຍົກລະດັບເສດຖະກິດໃຫ້ປະຊາຊົນເມືອງຈໍາພອນ ແຂວງ ສະຫວັນນະເຂດ 29. ການວິເຄາະນະໂຍບາຍເງິນຕາທີ່ມີປະສິດທິຜົນໂດຍນໍາໃຊ້ເຄື່ອງມື ເພື່ອແກ້ໄຂບັນຫາເສດຖະກິດ ຢູ່ ສປປ ລາວ 30. ຜົນກະທົບຂອງການຫຼຸດລົງ ຂອງນັກສຶກສາຊັ້ນປະລິນຍາຕີຕໍ່ກັບໂຄງສ້າງລັດຖະກອນ ຂອງ ສປປ ລາວ II. ຫົວຂໍ້ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ຈໍານວນ 07 ຫົວຂໍ້ 1. ຍົກສູງຄຸນນະພາບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ ສໍານັກງານ-ອົງກອນ 2. ທສຶກສາທາງດ້ານທໍລະນີສາດ, ແຮ່ສາດ ແລະ ສີລາສາດ ເຂດແຂວງຊຽງຂວາງ-ແຂວງຫົວພັນ ເພື່ອການກໍານົດຄຸນນະພາບຂອງແຮ່ຫາຍາກ ແລະ ທິດທາງໃນການ ພັດທະນາ 3. ການໃຊ້ຕົ້ນທຶນທາງສິນລະປະ ແລະ ວັດທະນາທໍາ ທາງການທ່ອງທ່ຽວເພື່ອສ້າງຄຸນຄ່າເພີ່ມ ຂອງພາກສ່ວນທ່ອງທ່ຽວໃນ ສປປ ລາວ 4. ສຶກສາ ປັດໃຈທີ່ມີຜົນຕໍ່ກັບການເກັບລາຍຮັບຈາກທຸລະກິດ ການຄ້າເອເລັກໂຕຣນິກ ຢູ່ ສປປ ລາວ 5. ສຶກສາບັນຫາ ແລະ ສິ່ງທ້າທາຍຂອງການຄຸ້ມຄອງລາຄາສິນຄ້າບໍລິໂພກຢູ່ ສປປ ລາວ ທີ່ຕິດພັນກັບການດໍາລົງຊີວິດປະຈໍາວັນ 6. ການທ່ອງທ່ຽວແບບມີສ່ວນຮ່ວມຕໍ່ກັບເສດຖະກິດຄົວເຮືອນຂອງປະຊາຊົນ ແຂວງຈໍາປາສັກ (ກໍລະນີສຶກສາບ້ານໜອງບົວທອງ ເມືອງປາກຊ່ອງ ບ້ານກຽດໂງ້ ເມືອງ ປະທຸມພອນ, ບ້ານດອນໂຄ ເມືອງຊະນະສົມບູນ) 7. ສໍາຫຼວດການຫັນເປັນດີຈິຕອນ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນ ສປປ ລາວ: ຄວາມພ້ອມ ແລະ ສິ່ງທ້າທາຍ ລວມທັງໝົດ ຈຳນວນ 37 ຫົວຂໍ້