- ໃນປີ 2011, ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດສັນ ງົບປະມານ (ງົບປະມານການຄົ້ນຄວ້າ) ເພີ່ອຊຸກຍູ້ ແລະ ສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ 1% ຂອງງົບປະມານການລົງທຶນຂອງລັດ ໃນແຕ່ລະປີ;
- ໃນປີ 2014, ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖຶກສ້າງຕັ້ງຂື້ນພາຍໃຕ້ ດຳລັດ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 174/ລບ, ລົງວັນທີ 23 ພຶດສະພາ 2014;
- ຄະນະບໍລິຫານກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖຶກຮັບການແຕ່ງຕັ້ງຂື້ນຕາມໜັງສືແຕ່ງຕັ້ງ ສະບັບເລກທີ105/ນຍ, ວັນທີ 16/9/2014;
- ກອງເລຂາສະພາບໍລິຫານ ກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການແຕ່ງຕັ້ງຂຶ້ນຕາມເອກະສານ ສະບັບເລກທີ 0006/ກພວຕ, ວັນທີ 27/10/2014;
- ລະບຽບການຄຸ້ມຄອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເລກທີ 001/ສພວຕ, ລົງວັນທີ 18 ກຸມພາ 2021;
- ໃນປີ 2021, ດຳລັດ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການປັບປຸງ ແລະ ປະກາດຮັບຮອງ ການນຳໃຊ້.