ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ວິໄສທັດ

ຄຸ້ມຄອງສົ່ງເສີມການຄົ້ນຄວ້າວິທະຍາສາດເພື່ອການພັດທະນາເສດຖະກິດ-ສັງຄົມ.

ພາລະກິດ

1. ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ຫັນເປັນ ອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ; 2. ການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຢືນຍົງ; 3. ສ້າງຄວາມເຂັ້ມແຂງການຄົ້ນຄວ້າວິທະຍາສາດ; 4. ສ້າງຖານຂໍ້ມູນເຄືອຂ່າຍການຄົ້ນຄວ້າວິທະຍາສາດ; 5. ສົ່ງເສີມການຄົ້ນຄວ້າວິທະຍາສາດ, ສ້າງຜະລິດຕະພັນ ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ; 6. ສ້າງເຄື່ອງມືດ້ານນິຕິກຳ ສະໜັບສະໜູນການຄົ້ນຄວ້າ ວິທະຍາສາດ; 7. ສ້າງ, ພັດທະນາ ກພວຕຸ ໃຫ້ມີຄວາມເຂັ້ມແຂງ, ໂປ່ງ ໃສ, ຍືນຍົງ ແລະ ໜ້າເຊື່ອຖື; 8. ເພີ່ມທະວີການຮ່ວມມື, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ;