ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

Science and Technology Development Fund
Science and Technology Development Fund

ກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງວຽກງານວິທະຍາສາດ ຂັ້ນທ້ອງຖິ່ນທົ່ວປະເທດ

ກອງປະຊຸມສຳມະນາ ສ້າງຄວາມເຂັມແຂງວຽກງານວິທະຍາສາດ ຂັ້ນທ້ອງຖີ່ນທົ່ວປະເທດ

        ຫ້ອງການສະພາວິທະຍາສາດ ແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງວຽກງານວິທະຍາສາດ ໃຫ້ບັນດາ 18 ແຂວງ ທົ່ວປະເທດ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-25 ມີຖຸນາ 2025 ຜ່ານມາ ທີ່ ຫ້ອງປະຊຸມລີສອດນາປ່າກວາງ, ທ່າລາດ, ເມືອງແກ້ວອຸດົມ, ແຂວງ ວຽງຈັນ; ໂດຍພາຍໃຕ້ການເປັນປະທານຂອງ ປະລິນຍາເອກ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານວິທະຍາສາດ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຮອງຜູ້ອຳນວຍການສະຖາບັນ, ຫົວໜ້າພະແນກ, ຮອງພະແນກສຶກສາທິການ ແລະ ກິລາ 18 ແຂວງ, ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ 85 ທ່ານ; 

         ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້້ ຈັດຂື້ນເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ສ້າງຄວາມເຂົ້າໃຈກ່ຽວກັບ ຫຼັກການ, ລະບຽບການ ແລະ ບັນດານິຕິກຳ ທີ່ກ່ຽວກັບວຽກງານຂະແໜງວິທະຍາສາດ ໃຫ້ແກ່ຜູ້ຊີ້ນຳ ແລະ ພະນັກງານ ຂັ້ນທ້ອງຖິ່ນ. ໃນໂອກາດດັ່ງກ່າວ ປະລິນຍາເອກ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານວິທະຍາສາດ ໄດ້ມີຄຳເຫັນ ແລະ ຍົກໃຫ້ເຫັນຄວາມສຳຄັນໃນກົນໄກຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ສປປ ລາວ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ມີການຄົ້ນຄວ້າ, ພັດທະນາ ແລະ ສ້າງແຜນງານ, ໂຄງການຄົ້ນຄວ້າທີ່ສອດຄ່ອງກັບສະພາບຕົວຈິງແນໃສ່ຊຸກຍູ້ການພັດທະນາໃນຂະແໜງວິທະຍາສາດ ແລະ ທຸກຂົງເຂດວຽກງານ ໃຫ້ກາຍເປັນກໍາລັງແຮງຊຸກຍູ້ຜະລິດ ແລະ ເປັນເຄື່ອງມືຮັບໃຊ້ໃນທຸກດ້ານຂອງການພັດທະນາເສດຖະກິດ-ສັງຄົມ. ຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງການຄົ້ນຄວ້າ, ພັດທະນາ ແລະ ການນໍາໃຊ້ຜົນສໍາເລັດທາງດ້ານວິທະຍາສາດ ເຕັກໂນໂລຊີ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ພັກ ແລະ ລັດຖະບານຈຶ່ງເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ໃນການຄຸ້ມຄອງມະຫາພາກໃນຂົງເຂດວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

          ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ບັນດາວຽກງານທີ່ສໍາຄັນທີ່ຕິດພັນກັບຂົງເຂດວຽກງານວິທະຍາສາດ ຈໍານວນ 12 ຫົວຂໍ້ ຄື: ການຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ; ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຫ້ອງການສະພາວິທະຍາສາດ ແຫ່ງຊາດ; ການຈັດຕັ້ງ ແລະ ການເຄື່ອນໄຫວ ກອງທືນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ກົດໝາຍ ວ່າດ້ວຍ ວິທະຍາສາດ, ເຕັກໂນໂລຊີ (ສະບັບປັບປຸງ); ການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານຂອງກົມຄຸ້ມຄອງວິທະຍາສາດ; ວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄຼຍ; ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ2026-2040 ; ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ; ບາງເນື້ອໃນກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງແໜງການສຶກສາ, ວິທະຍາສາດ ແລະ ກິລາ; ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030); ການຄຸ້ມຄອງພະນັກງານ-ລັດຖະກອນ ແລະ ການປັບປຸງກົງຈັກການຈັດຕັ້ງ ພາຍໃນຂະແໜງການສຶກສາທິການ ແລະ ກິລາ; ການສັງລວມເບື້ອງຕົ້ນ ຜົນການຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຍຸດທະສາດ, ວຽກຈຸດສຸມ ແລະ ຕົວຊີ້ບອກຫຼັກ ຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ (2021-2025) ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 4 ປີ 2021-2024 ສໍາລັບ ຂັ້ນກະຊວງສຶກສາທິການ ແລະ ກິລາ.ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ສົນທະນາແລກປ່ຽນກ່ຽວກັບບົດຮຽນ ແລະ ສີງທ້າທາຍໃນຂະແໜງວຽກງານວິທະຍາສາດຂອງແຕ່ລະແຂວງ.
ຂ່າວ ແລະ ພາບ: ພະແນກປະສານງານວິທະຍາສາດ, ຫສວຊ

Leave a Comment

Your email address will not be published. Required fields are marked *