ກອງປະຊຸມຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ປະຈໍາປີ 2024 ທີ່ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ຈຳປາສັກ
ໃນລະຫວ່າງວັນທີ 28-30 ຕຸລາ 2026 ທີ່ຜ່ານມາ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ມີການຈັດກອງປະຊຸມຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2024 ຢູ່ທີ່ຫ້ອງປະຊຸມ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ຈໍາປາກສັກ ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າກອງເລຂາ ກພວຕ, ຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ມີບັນດາຮອງຫົວໜ້າຫ້ອງການ, ຮອງຫົວໜ້າຄະນະວິຊາ, ຫົວໜ້າພະແນກ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ, ກອງເລຂາຊ່ວຍວຽກກອງທຶນ, ຫົວໜ້າຫົວຂໍ້ ແລະ ທີມງານຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ຄວາມຖືກຕ້ອງ ແລະ ຄວາມສອດຄ່ອງການຈັດຕັ້ງປະຕິບັດຕາມແຜນການ, ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ, ພ້ອມທັງແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ທີ່ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັບຈໍານວນ 1 ຫົວຂໍ້ປະຈໍາປີ 2024 ແລະ […]








