ກອງປະຊຸມຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ຂອງປີ 2024 ຢູ່ພາກເໜືອ ແຂວງຫຼວງພະບາງ
ໃນລະຫວ່າງວັນທີ 23-25 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ມະຫາວິທະຍາໄລ ສຸພານຸວົງ, ແຂວງຫລວງພະບາງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2024, ໂດຍການເປັນປະທານຂອງ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາທະນາວິທະຍາສາດ ແຫ່ງຊາດ, ມີບັນດາຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ, ຫົວໜ້າພະແນກ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ, ຕາງໜ້າຫົວໜ້າຫົວຂໍ້ຄົ້ນຄວ້າ ພ້ອມດ້ວຍ ທີມງານກອງເລຂາຊ່ວຍວຽກ ກພວຕ ຈໍານວນ 29 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ຄວາມຖືກຕ້ອງ ແລະ ຄວາມສອດຄ່ອງໃນການຈັດຕັ້ງປະຕິບັດຕາມແຜນການ, ຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ, ພ້ອມທັງແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ 14 ຫົວຂໍ້ຄົ້ນຄວ້າ ປີ 2024. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການດຳເນີນງານ, ຮ່ວມກັນຖອດຖອນບົດຮຽນ […]









