ສຶກສາທ່າແຮງ, ຂໍ້ຄົງຄ້າງ, ສີ່ງທ້າທາຍ ຂອງຂະແໜງການຄົ້ນຄວ້າວະທະຍາສາດແຫ່ງຊາດ ແລະ ຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດ ຢູ່ ແຂວງ ອັດຕະປື, ເຊກອງ, ສາລະວັນ
ໃນລະຫວ່າງວັນທີ 26-28 ສິງຫາ 2025 ທີ່ຜ່ານມາທີມງານຮັບຜິດຊອບສ້ງແຜນງານການຄົ້ນຄວ້າພັດທະນາວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງ ສຶກສາທິການ ແລະ ກິລາ, ນຳທີມໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດພ້ອມດ້ວຍທີມງານສຳຫລວດ ໄດ້ລົງເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດ ຢູ່ທີ່ ແຂວງ ອັດຕະປື, ແຂວງເຊກອງ ແລະ ແຂວງ ສາລະວັນ.
ຈຸດປະສົງຂອງການລົງເກັບກຳຂໍ້ມູນ ກໍ່ເພື່ອສຶກສາສະພາ, ທ່າແຮງ, ຂໍ້ຄົງຄ້າງ ແະ ສີ່ງທ້າທາຍຂອງຂະແໜງຄົ້ນຄວ້າວິທະຍາສາດແຫ່ງຊາດ ແລະ ເກັບກຳຂໍ້ມູນດ້ານຍຸດທະສາດ, ແຜນງານ ແລະ ຈຸດສຸມການຄົ້ນຄວ້າຂອງຂະແໜງການ ແນໃສ່ການນຳໃຊ້ຂໍ້ມູນດິບ ທີ່ໄດ້ນຳມາປະກອບໃສ່ການຄົ້ນຄວ້າສ້າງແຜນງານຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຮອດປີ 2030 ທີ່ສອດຄ່ອງ ແລະ ຕອບສະໜອງໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ X ປີ (2026-2030).
ໃນຄະນະດຽວກັນຂອງການລົງເກັບກຳຂໍ້ມູນຍັງໄດ້ເຜີຍແຜ່ວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ດັ່ງເຊັ່ນວ່າ ບັນດານິຕິກຳຕ່າງໆ ຂອງກອງທຶນ ແລະ ວຽກງານງານສົ່ງເສີມການຄົ້ນຄວ້າທີ່ຕ້ອງສຸມໃສ່ພັດທະນາ ເພື່ອຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດຂອງການຄົ້ນຄວ້າວິທະຍາສາດ ໃຫ້ມີມາດຕະຖານສາກົນເທື່ອລະກ້າວ ແນໃສ່ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ, ສະໜັບສະໜູນທືນໃຫ້ແກ່ນັກຄົ້ນຄວ້າທຸກຂົງເຂດໃຫ້ສູມກຳລັງເຫື່ອແຮ່ງ, ສະຕິບັນຍາດຳເດີນການຄົ້ນຄວ້າ ໃນຫົວຂໍ້ທີ່ມີຄຸນນະພາບ ແລະ ມີຜົນງານຄົ້ນຄວ້າທີ່ດີເລີດສາມາດຖ່າຍທອດສູ່ການພັດທະນາເສດຖະກິດ ແລະ ສັງຄົມ ໄດ້ຍ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໃນແຕ່ລະໄລຍະ.
ພາບ ແລະ ຂ່າວ ພະແນກປະສານງານວິທະຍາສາດ, ຫສວຊ

