ໃນລະຫວ່າງວັນທີ 23-25 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ມະຫາວິທະຍາໄລ ສຸພານຸວົງ, ແຂວງຫລວງພະບາງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2024, ໂດຍການເປັນປະທານຂອງ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາທະນາວິທະຍາສາດ ແຫ່ງຊາດ, ມີບັນດາຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ, ຫົວໜ້າພະແນກ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ, ຕາງໜ້າຫົວໜ້າຫົວຂໍ້ຄົ້ນຄວ້າ ພ້ອມດ້ວຍ ທີມງານກອງເລຂາຊ່ວຍວຽກ ກພວຕ ຈໍານວນ 29 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ຄວາມຖືກຕ້ອງ ແລະ ຄວາມສອດຄ່ອງໃນການຈັດຕັ້ງປະຕິບັດຕາມແຜນການ, ຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ, ພ້ອມທັງແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ 14 ຫົວຂໍ້ຄົ້ນຄວ້າ ປີ 2024. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການດຳເນີນງານ, ຮ່ວມກັນຖອດຖອນບົດຮຽນ ແລະ ແກ້ໄຂສະພາບບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ. ນອກຈາກນັ້ນ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ ຍັງໄດ້ໃຫ້ທິດແນະນຳເພີ່ມຕື່ມ ກ່ຽວກັບການປະກອບເອກະສານສະຫຼຸບລາຍງານ ທັງທາງດ້ານເຕັກນິກ ແລະ ດ້ານງົບປະມານ ເພື່ອໃຫ້ບັນດາຫົວຂໍ້ຄົ້ນຄວ້າ ສາມາດດຳເນີນການສະຫຼຸບລາຍງານປະຈຳໄລຍະໄດ້ຢ່າງຖືກຕ້ອງ ແລະ ທັນຕາມກຳນົດເວລາ.
ສຳລັບທິດທາງໃນຕໍ່ໜ້າ, ຄະນະປະທານ ແລະ ຄະນະກຳມະການ ໄດ້ເນັ້ນໃສ່ໃຫ້ຄະນະຮັບຜິດຊອບຫົວຂໍ້ ແລະ ທີມງານຄົ້ນຄວ້າ ສຸມໃສ່ 2 ດ້ານຕົ້ນຕໍ ດັ່ງນີ້:
ດ້ານເນື້ອໃນ: ລາຍງານຄວາມຄືບໜ້າໃຫ້ສອດຄ່ອງຕາມແຜນກິດຈະກຳທີ່ໄດ້ກຳນົດໄວ້ຢ່າງຈະແຈ້ງ, ເນັ້ນໃສ່ການຍົກໃຫ້ເຫັນຜົນໄດ້ຮັບທີ່ເປັນຮູບປະທຳ ແລະ ການເກັບກໍາສັງລວມຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ດ້ານງົບປະມານ: ການນຳໃຊ້ງົບປະມານຈາກກອງທຶນ ຕ້ອງໃຫ້ສອດຄ່ອງກັບລະບຽບການທາງດ້ານການເງິນ, ມີຄວາມໂປ່ງໃສ ແລະ ສາມາດສະຫຼຸບລາຍງານບັນຊີ-ການເງິນ ໄດ້ຕາມໄລຍະເວລາທີ່ກຳນົດ.
ກອງປະຊຸມແມ່ນໄດ້ດຳເນີນເປັນເວລາ 03 ວັນເຕັມຢ່າງມີຜົນສໍາເລັດຕາມເປົ້າໝາຍ.