ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

Uncategorized

ພິທີມອບ-ຮັບ ໃບທະບຽນ ແນວພັນເຂົ້າຫອມກະເສດນາບົງ

ພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າສົ່ງເສີມໃໝ່ ຫອມກະເສດນາບົງ 50 ຫຼື (HK- Nabong 50) ທີ່ທົນທານຕໍ່ການປ່ຽນແປງຂອງສະພາບແວດລ້ອມ ໂດຍສະເພາະ ທົນນໍ້າຖ້ວມ ແລະ ທົນພະຍາດໃບໄໝ້ ລະຫວ່າງ ກົມປູກຝັງ ຕ່າງໜ້າ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ, ເພື່ອຕ້ອນຮັບວັນສ້າງຕັ້ງຄະນະກະເສດສາດຄົບຮອບ 50 ປີ ແລະ ເພື່ອນຳໃຊ້ສົ່ງເສີມການຜະລິດຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ໂດຍຜ່ານການນຳໃຊ້ແນວພັນເຂົ້າໃໝ່ນີ້ ໃນພື້ນທີ່ເຂດທີ່ມີຄວາມສ່ຽງຕໍ່ໄພທຳມະຊາດ.

ພິທີມອບ-ຮັບ ໃບທະບຽນ ແນວພັນເຂົ້າຫອມກະເສດນາບົງ Read More »