ໃນລະຫວ່າງວັນທີ 21-22 ກັນຍາ 2026 ທີ່ຜ່ານມາ, ກອງທຶນພັດທະນາວິທະຍາສາດ
ແລະ ເຕັກໂນໂລຊີ (ກພວຕ),ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ປະຈຳປີ 2024 ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ທັງເປັນຫົວໜ້າກອງເລຂາກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ເຂົ້າຮ່ວມກອງປະຊຸມມີ ບັນດາຮອງຫົວໜ້າຫ້ອງການ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ, ຕາງໜ້າຫົວໜ້າຫົວຂໍ້ຄົ້ນຄວ້າ ຈໍານວນ 14 ຫົວຂໍ້ ຈາກພາກສ່ວນ ກະຊວງສຶກສາທິການ ແລະກິລາ, ກະຊວງອຸດສະຫະກຳ ແລະ ການຄ້າ, ຄະນະຈັດຕັ້ງສູນກາງພັກ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ,ສະຖາບັນການທະນາຄານ, ວິທະຍາໄລເຕັກນິກຊັບພະວິຊາ ພ້ອມດ້ວຍທີມງານກອງເລຂາຊ່ວຍວຽກ ກພວຕ ຈໍານວນ 55 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ຄວາມຖືກຕ້ອງແລະ ຄວາມສອດຄ່ອງໃນການຈັດຕັ້ງປະຕິບັດຕາມແຜນການ, ຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ, ພ້ອມທັງແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ14 ຫົວຂໍ້ຄົ້ນຄວ້າ ປີ 2024. ໃນກອງປະຊຸມ,ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການດຳເນີນງານ, ຮ່ວມກັນຖອດຖອນບົດຮຽນແລະ ແກ້ໄຂສະພາບບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ. ນອກຈາກນັ້ນ, ຄະນະກຳມະການຕິດຕາມແລະ ປະເມີນຜົນ ຍັງໄດ້ໃຫ້ທິດແນະນຳເພີ່ມຕື່ມ ກ່ຽວກັບການປະກອບເອກະສານສະຫຼຸບລາຍງານທັງທາງດ້ານເຕັກນິກ ແລະ ດ້ານງົບປະມານ ເພື່ອໃຫ້ບັນດາຫົວຂໍ້ຄົ້ນຄວ້າສາມາດດຳເນີນການສະຫຼຸບລາຍງານປະຈຳໄລຍະໄດ້ຢ່າງຖືກຕ້ອງ ແລະ ທັນຕາມກຳນົດເວລາ.
ສຳລັບທິດທາງໃນຕໍ່ໜ້າ,ຄະນະປະທານ ແລະ ຄະນະກຳມະການໄດ້ເນັ້ນໃສ່ໃຫ້ຄະນະຮັບຜິດຊອບຫົວຂໍ້ ແລະ ທີມງານຄົ້ນຄວ້າ ສຸມໃສ່ 2 ດ້ານຕົ້ນຕໍດັ່ງນີ້:
ດ້ານເນື້ອໃນ:ລາຍງານຄວາມຄືບໜ້າໃຫ້ສອດຄ່ອງຕາມແຜນກິດຈະກຳທີ່ໄດ້ກຳນົດໄວ້ຢ່າງຈະແຈ້ງ, ເນັ້ນໃສ່ການຍົກໃຫ້ເຫັນຜົນໄດ້ຮັບທີ່ເປັນຮູບປະທຳແລະ ການເກັບກໍາສັງລວມຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ດ້ານງົບປະມານ: ການນຳໃຊ້ງົບປະມານຈາກກອງທຶນ ຕ້ອງໃຫ້ສອດຄ່ອງກັບລະບຽບການທາງດ້ານການເງິນ, ມີຄວາມໂປ່ງໃສ ແລະ ສາມາດສະຫຼຸບລາຍງານບັນຊີ-ການເງິນ ໄດ້ຕາມໄລຍະເວລາທີ່ກຳນົດ.
ກອງປະຊຸມແມ່ນໄດ້ດຳເນີນເປັນເວລາ 02 ວັນເຕັມຢ່າງມີຜົນສໍາເລັດຕາມເປົ້າໝາຍ..
