ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ປະຈໍາປີ 2024 ທີ່ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ຈຳປາສັກ

ໃນລະຫວ່າງວັນທີ 28-30 ຕຸລາ 2026 ທີ່ຜ່ານມາ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ມີການຈັດກອງປະຊຸມຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2024 ຢູ່ທີ່ຫ້ອງປະຊຸມ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ຈໍາປາກສັກ ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າກອງເລຂາ ກພວຕ, ຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ມີບັນດາຮອງຫົວໜ້າຫ້ອງການ, ຮອງຫົວໜ້າຄະນະວິຊາ, ຫົວໜ້າພະແນກ, ຄະນະກຳມະການຕິດຕາມ ແລະ ປະເມີນຜົນ, ກອງເລຂາຊ່ວຍວຽກກອງທຶນ, ຫົວໜ້າຫົວຂໍ້ ແລະ ທີມງານຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ຄວາມຖືກຕ້ອງ ແລະ ຄວາມສອດຄ່ອງການຈັດຕັ້ງປະຕິບັດຕາມແຜນການ, ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ເກີດປະສິດທິພາບສູງສຸດ, ພ້ອມທັງແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ທີ່ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັບຈໍານວນ 1 ຫົວຂໍ້ປະຈໍາປີ 2024 ແລະ ມະຫາວິທະຍາໄລຈໍາປາສັກ ໄດ້ຮັບຈໍານວນ 5 ຫົວຂໍ້ ປະຈໍາປີ 2024. ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການດໍາເນີນງານ, ຮ່ວມກັນຖອດຖອນບົດຮຽນ ແລະ ແກ້ໄຂສະພາບບັນຫາທີ່ເກີດຂຶ້ນໃນໄລຍະການຈັດຕັ້ງປະຕິບັດທີ່ຜ່ານມາ. ນອກຈາກນັ້ນ, ຄະນະກໍາມະການຕິດຕາມ ແລະ ປະເມີນຜົນ ຍັງໄດ້ໃຫ້ທິດແນະນໍາເພີ່ມຕື່ມກ່ຽວກັບການປະກອບເອກະສານສະຫຼູບລາຍງານ, ທາງດ້ານເຕັກນິກ ແລະ ດ້ານງົບປະມານ ເພື່ອໃຫ້ບັນດາຫົວຂໍ້ຄົ້ນຄວ້າ ສາມາດດຳເນີນການສະຫຼູບລາຍງານປະຈໍາໄລຍະໄດ້ຢ່າງຖືກຕ້ອງ ແລະ ທັນຕາມກໍານົດເວລາ.

ສໍາລັບທິດທາງໃນຕໍ່ໜ້າ, ຄະນະປະທານ ແລະ ຄະນະກໍາມະການ ໄດ້ເນັ້ນໃສ່ໃຫ້ຄະນະຮັບຜິດຊອບຫົວຂໍ້ ແລະ ທີມງານຄົ້ນຄວ້າ ສຸມໃສ່ 2 ດ້ານຕົ້ນຕໍ ດັ່ງນີ້:

  • ດ້ານເນື້ອໃນ: ລາຍງານຄວາມຄືບໜ້າໃຫ້ສອດຄ່ອງຕາມແຜນກິດຈະກໍາ ທີ່ໄດ້ກໍານົດໄວ້ຢ່າງຈະແຈ້ງ, ເນັ້ນໃສ່ການຍົກໃຫ້ເຫັນຜົນໄດ້ຮັບທີ່ເປັນຮູບປະທຳ ແລະ ການເກັບກໍາສັງລວມຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນ.
  • ດ້ານງົບປະມານ: ການນຳໃຊ້ງົບປະມານຈາກກອງທຶນ ຕ້ອງໃຫ້ສອດຄ່ອງກັບລະບຽບການທາງດ້ານການເງິນ, ມີຄວາມໂປ່ງໃສ ແລະ ສາມາດສະຫຼູບລາຍງານບັນຊີ-ການເງິນ ໄດ້ຕາມໄລຍະເວລາທີ່ກໍານົດ.

ກອງປະຊຸມແມ່ນດຳເນີນເປັນເວລາ 03 ວັນເຕັມຢ່າງມີຜົນສໍາເລັດຕາມເປົ້າໝາຍ.

 

ພາບ/ຂ່າວ: ພະແນກຕິດຕາມ ແລະ ປະເມີນຜົນການຄົ້ນຄວ້າວິທະຍາສາດ

Leave a Comment

Your email address will not be published. Required fields are marked *