ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ ຊູກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງສົກ ປີ 2023 ແລະ ປີ 2024 ໃຫ້ແກ່ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ທີມງານການຄົ້ນຄວ້າວິທະຍາສາດຂື້ນ. ຢູທີ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໃນວັນທີ 11 ພະຈິກ 2025 ພາຍໃຕ້ການເປັນປະທານກອງປະຊຸມ ຕິດຕາມ ຊູກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຜູ້ປະຈຳການ ມີບັນດາ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຄະນະບໍດີ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ກອງເລຂາຊ່ວຍວຽກກອງທຶນເຂົ້າຮ່ວມ.
ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການປູກຈິດສຳນຶກ, ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດ ຫົວຂໍ້ຄົ້ນຄວ້າວິທະຍາສາດ (ກພວຕ). ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີລາຍງານ ຈາກບັນດາ ຫົວໜ້າຫົວຂໍ້ ກ່ຽວກັບການຈັດຕັ້ງປະຕິບັດຫົວຂໍ້ການຄົ້ນຄວ້າ ແລະ ຮັບຟັງການສະເໜີບົດຈາກວິທະຍາກອນທີ່ກຽວຂ້ອງກັບການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ.
ໃນໂອກາດດຽວກັນນີ້ ທ່ານ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໃຫ້ເອົາໃຈໃສ່ ໃນການຄຸ້ມຄອງການຄົ້ນຄວ້າ, ການປະຕິບັດສັນຍາຫົວຂໍ້ຄົ້ນຄວ້າ ດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດໄປຕາມແຜນການທີ່ໄດ້ກຳນົດໄວ້, ຮຽກຮ້ອງໃຫ້ບັນດາ ຫົວໜ້າຫົວຂໍ້ ແລະ ທິມງານການຄົ້ນຄວ້າທີ່ໄດ້ຮັບການສະໜັບສະໜຸນທຶນຈາກກອງທຶນ ເປັນເຈົ້າການໃນການຕີພີມຜົນການຄົ້ນຄວ້າຂອງຕົນລົງວາລະສານທັງພາຍໃນ ແລະ ສາກົນ, ການຈົດສິດທິບັດ, ອະນຸສິດທິບັດ ແລະ ພັນພືດໃໝ່ ຍົກລະດັບຄຸນນະພາບຂອງການຄົ້ນຄວ້າ, ນັກຄົ້ນຄວ້າ ໃຫ້ມີບົດບາດໃນເວທີສາກົນ, ເອົາໃຈໃສ່ ໃນການສະຫຼູບ ແລະ ລາຍງານການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການລາຍງານປະຈຳໄລຍະຂອງຫົວຂໍ້ຄົ້ນຄວ້າດ້ານເຕັກນິກ ແລະ ງົບປະມານ ຕາມທີ່ໄດ້ລະບຸກຳນົດໄວ້ໃນບົດໂຄງການ ໂດຍອີງໃສ່ເງື່ອນໄຂມາດຕະຖານ ແລະ ລະບຽບການຂອງກອງທຶນວາງອອກ, ໃຫ້ກອງທຶນ ແລະ ນັກວິທະຍາກອນເອົາໃຈໃສ່ ຖ່າຍທອດບົດຮຽນເປັນຕົ້ນແມ່ນ ການຄຸ້ມຄອງໂຄງການ, ການຕິດຕາມກວດກາ ແລະ ປະເມີນໂຄງການ, ເພື່ອໃຫ້ບັນດາການຈັດຕັ້ງຮັບຜິດຊອບ ແລະ ຫົວໜ້າຫົວຂໍ້ຄົ້ນຄວ້ານຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບວຽກງານຂອງຕົນຢ່າງມີປະສິດທິພາບປະສິດທິຜົນ, ເອົາໃຈໃສ່ສືບຕໍ່ປະສານງານ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ຕໍ່ວຽກງານການພັດທະນາກອງທຶນ ຢ່າງຕໍ່ເນື່ອງເປັນປົກກະຕິ, ເປີດໂອກາດໃຫ້ນຳສະເໜີແນວຄິດ ໃນການປັບປຸງພັດທະນາກອງທຶນ ເຊັ່ນ: ນິຕິກຳ, ລະບຽບການ, ແບບແຜນວິທີເຮັດວຽກ ແລະ ກົນໄກການປະສານງານ.

