ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

“ຄະນະຮັບຜິດຊອບປະຊຸມປຶກສາຫາລື ສ້າງຮ່າງຂໍ້້ຕົກລົງ ວ່າດ້ວຍຈັນຍາທຳການຄົ້ນຄວ້າວິທະຍາສາດ ໃນວັນທີ 27ກັນຍາ 2023 ທີ່ຫ້ອງປະຊຸມ ຫ້ອງການສະພາວິທະຍາສາດ ແຫ່ງຊາດ”

       ຕອນເຊົ້າວັນທີ 27 ກັນຍາ 2023, ກອງເລຂາກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງ ສຶກສາທຶການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລືຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງວ່າດ້ວຍຈັນຍາທຳການຄົ້ນຄວ້າວິທະຍາສາດ ຂື້ນຢູ່ທີ່ຫ້ອງປະຊຸມຫ້ອງການສະພາວິທຍາສາດ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ຕຶກ 100 ຊັ້ນ 1 ໂດຍການເປັນປະທານຂອງທ່ານ ຣດ ນ. ລັດສະໝີ ສຽງສູນທອນ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ມີທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ ຫົວໜ້າກອງເລຂາ ກອງທຶນພັດທະນນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາຮອງຫົວໜ້າຫ້ອງການ, ວ່າການຫົວໜ້າພະແນກ, ຮອງພະແນກພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ.
          ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອປຶກສາຫາລືຄົ້ນຄວ້າເນື້ອໃນໄສ່ຮ່າງຂໍ້ຕົກລົງວ່າດ້ວຍຈັນຍາທຳການຄົ້ນຄວ້າວິທະຍາສາດ. ໃນກອງປະຊຸມທ່ານ ແກ້ວອຸທອນ ລູນແສງຈັນ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ລາຍງານສັງລວມໂດຍຫຍໍ້ກ່ຽວກັບຂໍ້ຕົກລົ່ງໃຫ້ຮູ້ວ່າ ຂໍ້ຕົກລົງຈັນຍາທຳມີຢູ່ 5 ໝວດ ແລະ 20 ມາດຕາ. ໃນໂອກາດດັ່ງກ່າວທ່ານ ດຣ ນ. ລັດສະໝີ ສຽງສູນທອນ ຫົວໜ້າຫົວສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ປະທານກອງປະຊຸມກໍ່ໄດ້ໂອລົມ ສະແດງຄວາມຊົມເຊີຍຄະນະກະກຽມເນື້ອໃນຈັດກອງປະຊຸມ ແລະ ໂອລົມແນວທາງການສ້າງໃນຮູບການປຶກສາຫາລືແບບວິຊາການ, ແລກປ່ຽນຄຳຄິດເຫັນເຊິ່ງກັນໃນໝູ່ຄະນະຮັບຜິດຊອບສ້າງຂໍ້ຕົກລົງຢ່າງກົງໄປກົງມາອັນມີຄວາມໝາຍໜັກແໜ່ນ ຕໍ່່ກອງປະຊຸມ. ຈົນໄດ້ເນື້ອໃນຄວາມໝາຍອັນສຳຄັນ ແນວທາງ, ຫຼັກການຂອງຈັນຍາທຳການຄົ້ນຄວ້າທີ່ສົມບູນຂື້ນຕື້ມ ສະແດງອອກໃຫ້ເຫັນໃນການເພີ່ມ ແລະ ປັບແປງໝວດ, ມາດຕາ ຕ່າງໆຂອງຂໍ້ຕົກລົງ.
            ກອງປະຊຸມທີມີຄວາມໝາຍສຳຄັນນີ້ດຳເນີນມາເປັນເວລາ 1 ວັນ ໃນຕ່ອນທ້າຍວາລະປະຊຸມປະທານກອງປະຊຸ່ມກໍ່ໄດ້ກ່າວສະແດງຄວາມຊົມເຊີມຕໍ່ຜົນສຳເລັດຂອງກອງປະຊຸມຢ່າງຈົບງາມ ແລະ ອວຍໄຊໃຫ້ພອນຄະນະຮັບຜິດຊອບມີແຕ່ສຸຂະພາບແຂງແຮງປະສົມຜົນສຳເລັດໜ້າທີວຽກງານທຸກໆດ້ານ.
ແສງເພັດ ສຸວັນນະລາດ

Leave a Comment

Your email address will not be published. Required fields are marked *