ໃນວັນທີ 27-28 ກໍລະກົດ ປີ 2023 ທີຜ່ານມາ ຢູ່ທີ່ໂຮງແຮມທະວີສຸກ (ຕຶກໄອແລນ ຊັ້ນ 7) ເມືອງວັງວຽງ, ແຂວງວຽງຈັນ ສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມພິຈາລະນາຮັບຮອງຫົວຂໍ້ຄົ້ນຄວ້າວິທະຍາສາດຂື້ນ ພາຍໃຕການເປັນປະທານຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ມີທ່ານ ປອ ສຸລິອຸດົງ ສູນດາຣາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານກອງທຶນ ແລະ ຄະນະສະພາບໍລິຫານກອງທຶນ, ຫົວໜ້າກອງເລຂາກອງທຶນພ້ອມພະນັກງານທີກ່່ຽວຂ່ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມແມ່ນເພືອຮັບຮອງຫົວຂໍ້ຄົ້ນຄວ້າ ປີ 2023 ທີໄດ້ຜ່ານການກັ້ນຕອງຈາກຜູ້ຊ່ຽວຊານ ແລະ ຄະນະກຳມະການວິຊາການ ກວດຜ່ານມາແລ້ວ. ຕາມລະບຽບການ ແລະ ຂັ້ນຕອນຂອງກອງທຶນວ່າງອອກ ກອງປະຊຸມທີມີຄວາມໝາຍຄວາມສຳຄັນນີ້ ຄະນະຈັດພິທີໄດ້ກວ່າຈຸດປະສົງຂອງກອງປະຊຸມ ແລະ ສະຫລຸບລາຍງານຜົນການຄັດເລືອກຫົວຂໍ້ຄົ້ນຄວ້າໂດຍອິງໃສ່ບັນດາມາດຖານ, ເງື້ອນໄຂ ຜູ້ທີມີຜົນງານການຄົ້ນຄວ້າດີເດັນ ປະຈຸດບັນກອງເລຂາໄດ້ສັງລວມບັນດາຫົວຂໍ້ຄົ້ນຄວ້າຜ່ານການກັ້ນຕອງມີຈຳນວນທັງໝົດແມ່ນ 194 ຫົວຂໍ້ ຄົ້ນຄວ້າ ເຫັນວ່າຖຶກຕ້ອງ ແລະ ຄົບຕາມເງື່ອນໄຂຂອງກພວຕ ວາງອອກມາຮອດປະຈຸບັນມີຈຳນວນ 29 ຫົວຂໍ້ ;
ສຸດທ້າຍນີ້ກອງປະຊຸມສະພາບໍລິຫານກອງທຶນ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທ່ານປະທານຍັງໄດ້ກວ່າຈຸດປະສົງຂອງກອງທຶນອັນໜັກແນນວ່າ ຈຸດປະສົງຂອງກອງທຶນ, ຊຶ່ງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນເປັນກອງທຶນໜຶ່ງ ສ້າງຕັ້ງຂຶ້ນມາ ໂດຍນຳໃຊ້ງົບປະມານ 1 ສ່ວນຮ້ອຍ ຂອງການລົງທຶນຂອງລັດຖະບານ ແຫ່ງ ສປປ ລາວ ແນ່ໃສ່ນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີປະສິດທິຜົນ ແລະ ຍືນຍົງຕະຫລອດໄປ.
