ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ຮອງລັດຖະມົນຕີ ສສກ ເຄື່ອນໄຫວວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງຈໍາປາສັກ

ໃນຕອນເຊົ້າວັນທີ 24 ກໍລະກົດ 2025 ທີ່ຫ້ອງວ່າການປົກຄອງແຂວງຈໍາປາສັກ ໄດ້ເປີດກອງປະຊຸມສໍາມະນາເພີ່ມທະວີຄວາມອາດສາມາດການເຄື່ອນໄຫວວຽກງານວິທະຍາສາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ຜູ້ປະຈໍາການ, ມີທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຄະນະສະພາບໍລິຫານກອງທຶນ (ຫົວໜ້າກອງເລຂາ), ທ່ານ ປອ ສີພອນ ແສງສຸລິຈັນ ຜູ້ອໍານວຍການສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກໍາ, ຄະນະສະພາບໍລິຫານກອງທຶນ ແລະ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ພ້ອມດ້ວຍຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ອະທິການບໍດີມະຫາວິທະຍາໄລຈໍາປາສັກ, ຫົວໜ້າ-ຮອງຫົວໜ້າພະແນກ ສກຂ 7 ແຂວງ (ພາກກາງ ແລະ ໃຕ້) ແຂວງຈໍາປາສັກ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື, ບັນດາພະແນກການ, ນັກຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງ ພາຍໃນແຂວງຈໍາປາສັກ ຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ພາລະບົດບາດ, ນິຕິກໍາຕ່າງໆ ກ່ຽວກັບວຽກງານວິທະຍາສາດ ແລະ ນະວັດຕະກໍາ, ວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ແລະ ຈະໄດ້ສົນທະນາແລກປ່ຽນກ່ຽວກັບການຄົ້ນຄວ້າວິທະຍາສາດ ໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ປອ ສໍາລານ ພັນຄະວົງ ໄດ້ຍົກໃຫ້ເຫັນສະພາບລວມການຄົ້ນຄ້ວາວິທະຍາສາດໃນໄລຍະຜ່ານມາ, ຄວາມໝາຍຄວາມສໍາຄັນ, ຄວາມຈໍາເປັນ ແລະ ທິດທາງລວມໃນຕໍ່ໜ້າ ຂອງວຽກງານດັ່ງກ່າວ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ ພາຍຫຼັງໄດ້ຮັບຟັງການນໍາສະເໜີເນື້ອໃນຕ່າງໆແລ້ວ ສຸມໃສ່ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ກອງປະຊຸມມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ ແລະ ຂ່າວມາຈາກ:ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

Leave a Comment

Your email address will not be published. Required fields are marked *