ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມຝຶກອົບຮົມກ່ຽວກັບການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດຂອງປີ 2025

               
         ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາທ່ານ ຫົວໜ້າຫົວຂໍ້ຄົ້ນຄວ້າ ແລະ ທີມງານທີ່ເຮັດການຄົ້ນຄວ້າ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈ ຂັ້ນຕອນ, ວິທີການ, ລະບຽບການ ແລະ ນິຕິກຳຕ່າງທີ່ກ່ຽວຂ້ອງ ໃຫ້ບັນດາຫົວໜ້າຫົວຂໍ້  ພ້ອມດ້ວຍທີມງານ ຈຳນວນ 15 ຫົວຂໍ້. ໃນຕອນເຊົ້າຂອງວັນທີ 29 ມັງກອນ 2026, ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດຂອງປີ 2025, ໂດຍພາຍໃຕ້ການເປັນປະທານ ໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ,     ຫົວໜ້າກອງເລຂາກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ກິລາ ມີ ທ່ານຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ບັນດາຫົວໜ້າຫົວຂໍ້ ພ້ອມດ້ວຍທີມງານ ຈຳນວນ 15 ຫົວຂໍ້, ພ້ອມດ້ວຍນັກວິທະຍາກອນ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ມະຫາວິທະຍາໄລແຫ່ງຊາດ ແລະ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ລວມຈຳນວນທັງໝົດ 50 ທ່ານ.
         
         ການຝຶກອົບຮົມຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ເພື່ອແນໃສ່ໃຫ້ຫົວໜ້າຫົວຂໍ້ຄົ້ນຄວ້າໄດ້ ຮັບຮູ້ ແລະ ເຂົ້້າໃຈ ຂັ້ນຕອນ, ວິທີການ, ລະບຽບການ ແລະ ນິຕິກຳຕ່າງທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ຈັດຕັ້ງປະຕິບັດການຄົ້ນຄວ້າໃຫ້ມີປະສິດຕິພາບ ແລະ ປະສິທິຜົນ. ຊຶ່ງມີເນື້ອໃນຄື:  ການປະຕິບັດສັນຍາຫົວຂໍ້ຄົ້ນຄວ້າວິທະຍາສາດ, ການກະກຽມຄວາມພ້ອມ ແລະ ການຄຸ້ມຄອງໃນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການຕີພິມຜົນການຄົ້ນຄວ້າລົງວາລະສານສາກົນ, ການຈົດສິທິບັດ, ອະນຸສິດທິບັດ ແລະ ພັນພືດໃໝ່, ການຕິດຕາມກວດກາ ແລະ ປະເມີນຜົນຫົວຂໍ້ຄົ້ນຄວ້າ, ວຽກງານຈັດຊື້ຈັດຈ້າງ, ການປະກອບເອກະສານ, ສະຫຼຸບ ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ, ການສ້າງແຜນງົບປະມານຫົວຂໍ້ຄົ້ນຄວ້າ ແລະ ການປະກອບເອກະສານຖອນງົບປະມານ ແລະ ການປະກອບເອກະສານ,ສະຫຼຸບລາຍງານດ້ານງົບປະມານຫົວຂໍ້ຄົ້ນຄວ້າ.
            ໃນໂອກາດດັ່ງກ່າວທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນຕໍ່ກອງປະຊຸມຝຶກອົບຮົມດັ່ງກ່າວໃຫ້ບັນດາຫົວໜ້າຫົວຂໍ້ຄົ້ນຄວ້າ ແລະ ທີມງານຈົ່ງພ້ອມກັນເອົາໃຈໃສ່ຮັບຟັງ ແລະ ກຳໄດ້ ກ່ຽວກັບບັນດາວິທີການ, ຂັ້ນຕອນການເຮັດບົດລາຍຂອງການຄົ້ນຄວ້າ, ການລາຍງານດ້ານງົບປະມານ, ແຜນການ ແລະ ແຜນງານການຈັດຕັ້ງປະຕິບັດ ຫົວຂໍ້ຄົ້ນຄວ້າໃນແຕ່ລະໄລຍະຢ່າງເລິກເຊິ່ງ ພ້ອມທັງຍົກບັນຫາສົນທະນາ ຢ່າງກົງໄປກົງມາ, ໃຫ້ບັນດາ ຫົວໜ້າຫົວຂໍ້ຄົ້ນຄວ້າ ແລະ ການຈັດຕັ້ງຮັບຜິດຊອບຈົ່ງເອົາໃຈໃສ່ກ່ຽວການຄຸ້ມຄອງບໍລິຫານ ຫົວຂໍ້ຄົ້ນຄວ້າໃຫ້ປະສົບຜົນສຳເລັດ ຕາມທີ່ໄດ້ກຳນົດໄວ້ໃນບົດສະເໜີ ຫົວຂໍ້ຄົ້ນຄວ້າ ໂດຍໃຫ້ອີງໃສ່ເງື່ອນໄຂ, ມາດຖານ ແລະ ລະບຽບການຂອງກອງທຶນ ແລະ ໃຫ້ບັນດາທ່ານ ນັກວິທະຍາກອນເອົາໃຈໃສ່ຖ່າຍທອດບົດຮຽນເປັນຕົ້ນແມ່ນ ການຄຸ້ມຄອງໂຄງການຄົ້ນຄວ້າ, ການຕິດຕາມກວດກາ ແລະ ປະເມີນໂຄງການ, ການຕີພິມຜົນການຄົ້ນຄວ້າລົງໃນວາລາສານພາຍໃນ ແລະສາກົນ ລວມໄປເຖິງການຂຶ້ນແຜນງົບປະມານ ແລະ ການຈັດຊື້-ຈັດຈ້າງ ເພື່ອໃຫ້ບັນດາການຈັດຕັ້ງຮັບຜິດຊອບຫົວຂໍ້ ແລະ ຫົວໜ້າຫົວຂໍ້ຄົ້ນຄວ້ານຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບວຽກງານຂອງຕົນຢ່າງມີປະສິດທິຜົນ
ຊຶ່ງກອງປະຊຸມຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນ ໃນລະຫງ່າງວັນທີ 29-30 ມັງກອນ 2026.

Leave a Comment

Your email address will not be published. Required fields are marked *