ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

Science and Technology Development Fund
Science and Technology Development Fund

ກອງປະຊຸມວິຊາການກ່ຽວກັບແຜນການຄົ້ນຄວ້າ ແລະ ເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ຢູ່ທີ່ ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ.

           ໃນລະຫວ່າງວັນທີ 17- 18 ກັນຍາ 2025 ທີ່ຜ່ານມາ ຄະນະຮັບຜິດຊອບສ້າງແຜນງານການຄົ້ນຄວ້າພັດທະນາວິທະຍາສາດ ຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ(ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ(ຫສວຊ), ກະຊວງສຶກສາທິການ ແລະ ກິລາ, ຊື່ງນໍາໂດຍ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດບັນດາຂະແໜງການອ້ອມຂ້າງທົ່ວແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີພາກສ່ວນທີ່ຖືກເຊີນຈາກ: ຫ້ອງວ່າການປົກຄອງແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການເງິນແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. 
            ຈຸດປະສົງກອງປະຊຸມລົງເກັບກຳຂໍ້ມູນ ກໍ່ເພື່ອສຶກສາສະພາບ, ທ່າແຮງ, ຂໍ້ຄົງຄ້າງ ແລະ ສີ່ງທ້າທາຍຂອງຂະແໜງການຄົ້ນຄວ້າວິທະຍາສາດແຫ່ງຊາດ ແລະ ເກັບກຳຂໍ້ມູນດ້ານຍຸດທະສາດ, ແຜນງານ ແລະ ຈຸດສຸມການຄົ້ນຄວ້າຂອງຂະແໜງການ ແນ່ໃສ່ການນຳໃຊ້ຂໍ້ມູນດິບທີ່ໄດ້ ນຳມາປະກອບໃສ່ການຄົ້ນຄວ້າສ້າງແຜນງານຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ຂອງ ກພວຕ ຮອດປີ 2030 ທີ່ສອດຄ່ອງ ແລະ ຕອບສະຫນອງໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ X ປີ (2026-2030). ໃນຂະນະດຽວກັນ ຂອງການລົງເກັບກຳຂໍ້ມູນ ຍັງໄດ້ເຜີຍແຜ່ວຽກງານ ກພວຕ ດັ່ງເຊັ່ນ: ບັນດາເອກະສານນິຕິກໍາຕ່າງໆ ຂອງກອງທຶນ ແລະ ວຽກງານສົ່ງເສີມການຄົ້ນຄວ້າທີ່ຕ້ອງສຸມໃສ່ພັດທະນາ ເພື່ອຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດຂອງການຄົ້ນຄ້ວາວິທະຍາສາດ ໃຫ້ມີມາດຕະຖານສາກົນເທື່ອລະກ້າວ ແນໃສ່ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວມສະດວກ, ສະຫນັບສະຫນູນທຶນ ໃຫ້ແກ່ນັກຄົ້ນຄວ້າທຸກຂົງເຂດໃຫ້ສູມກຳລັງເຫື່ອແຮງ, ສະຕິປັນຍາດຳເນີນການຄົ້ນຄວ້າ ໃນຫົວຂໍ້ທີ່ມີຄຸນນະພາບ ແລະ ມີຜົນງານຄົ້ນຄວ້າທີ່ດີເລີດ ສາມາດຖ່າຍທອດສູ່ການພັດທະນາເສດຖະກິດ ແລະ ສັງຄົມ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໃນແຕ່ລະໄລຍະ.

         ພາບ ແລະ ຂ່າວ: ພະແນກປະສານງານວິທະຍາສາດ, ຫສວຊ

  

Leave a Comment

Your email address will not be published. Required fields are marked *