ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມ ຕິດຕາມ ກວດກາ ແລະ ປະເມີນຜົນ ປະຈຳໄລຍະ ຫົວຂໍ້ຄົ້ນຄວ້າວິທະຍາສາດ ປີ 2023 ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງວັນທີ  30/07/2026, ທີ່ ຫ້ອງປະຊຸມ ທີ່ II

   
          ໃນວັນທີ 30 ກໍລະກົດ 2026 ເວລາ 08:30 ໂມງ, ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2023 ຂື້ນ ຢູ່ທີ່ ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າກອງເລຂາກອງທຶນ, ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ; ມີບັນດາທ່ານຮອງຫົວໜ້າຫ້ອງການ, ຄະນະກຳມະການວິຊາການ ຕິດຕາມ, ກວດກາ ແລະ ປະເມີນຜົນຫົວຂໍ້ຄົ້ນຄວ້າວິທະຍາສາດ, ກອງເລຂາຊ່ວຍວຽກກກອງທຶນ, ຫົວໜ້າຫົວຂໍ້ ແລະ ທີມງານຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມ.
          ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງສຳຄັນ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2023 ໃຫ້ມີຖືກຕ້ອງ, ຄວາມສອດຄ່ອງກັບແຜນການ, ມີຄວາມໂປ່ງໃສ ແລະ ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບສູງສຸດ ໃນນັ້ນ, ກອງປະຊຸມໄດ້ສຸມໃສ່ການຄົ້ນຄວ້າ ແລະ ຊອກຫາສາເຫດທີ່ແທ້ຈິງຂອງບັນດາຫົວຂໍ້ຄົ້ນຄວ້າ ທີ່ດຳເນີນການຫຼ້າຊ້າກວ່າແຜນການ ເພື່ອຊອກຫາວິທີການແກ້ໄຂຢ່າງຮີບດ່ວນ, ພິຈາລະນາປະເມີນຄວາມເປັນໄປໄດ້ບົນຫຼັກການວິທະຍາສາດ ຢ່າງກົງໄປກົງມາ ສຳລັບຫົວຂໍ້ຄົ້ນຄວ້າ ທີ່ສະເໜີຂໍຕໍ່ສັນຍາ, ເນັ້ນໜັກການວັດແທກຜົນໄດ້ຮັບ ແລະ ຜົນຜະລິດຕົວຈິງ (Outputs) ທີ່ມີເອກະສານຢັ້ງຢືນຈະແຈ້ງ ເປັນຕົ້ນແມ່ນ ຜົນງານການຕີພິມວິຊາການ ແລະ ການກໍ່ສ້າງບຸກຄະລາກອນ; ພ້ອມທັງຮ່ວມກັນກຳນົດມາດຕະການທາງວິໄນຢ່າງເດັດຂາດ ຕໍ່ກັບຕໍ່ກັບຫົວຂໍ້ຄົ້ນຄວ້າທີ່ບໍ່ສຳເລັດໂດຍບໍ່ມີເຫດຜົນສົມຄວນ ເພື່ອຮ່ວມກັນສ້າງບັນທັດຖານໃໝ່ ທີ່ມີຄວາມຮັບຜິດຊອບສູງ ແລະ ຍົກລະດັບມາດຕະການຄຸ້ມຄອງກອງທຶນໃຫ້ມີຄວາມສັກສິດ ແລະ ຍືນຍົງ.
                     
ໂດຍເຫັນໄດ້ເຖິງບົດບາດ, ຄວາມສຳຄັນ ຂອງວຽກງານການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນກຳລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ. ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງຄຸ້ມຄອງກອງທຶນ ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃນການຕິດຕາມກວດກາ ແລະ ປະເມີນຜົນການຄົ້ນຄວ້າ,
        ໃນວາລະດັ່ງກ່າວປະທານ ຍັງຮຽກຮ້ອງໃຫ້ບັນດາທ່ານໃນຄະນະກຳມະການປະເມີນຜົນ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ດ້ວຍຄວາມ ຮັບຜິດຊອບສູງ ແລະ ຂໍມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມດັ່ງນີ້:
  1. ໃຫ້ທາງຄະນະກຳມະການກວດກາ ຕື່ມ ໃນໄລຍະເວລາຂອງສັນຍາ ແມ່ນສິ້ນສຸດແລ້ວແຕ່ ຫົວຂໍ້ດັ່ງກ່າວ ຍັງບໍ່ສາມາດປິດໄດ້ ແລະ ການຈັດຕັ້ງປະຕິບັດລ່າຊ້າ ບໍ່ໄປຕາມບົດຄົ້ນຄວ້າວິທະຍາສາດທີ່ກຳນົດໄວ້ເບຶ້ອງຕົ້ນ;
  2. ໃຫ້ຄະນະກຳມະການວິຊາການ ກວດກາ ແລະ ປະເມີນຜົນ ຫົວຂໍ້ຄົ້ນຄວ້າ ວິທະຍາສາດ ຖ້າວ່າຕໍ່ສັນຍາໄປແລ້ວ ຫົວຂໍ້ຄົ້ນຄວ້າຈະສໍາເລັດຕາມແຜນທີ່ໄດ້ກຳນົດໄວ້;
  3. ຮຽກຮ້ອງໃຫ້ຄະນະກຳມະການ ປະເມີນຜົນ ກ່ຽວກັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າໃນໄລຍະຜ່ານມາ ເປັນຕົ້ນແມ່ນ ກິດຈະກຳ, ຜົນງານການຕີພິມລົງວາລະສານພາຍໃນ ແລະ ສາກົນ, ການຈົດທະບຽນຊັບສິນທາງປັນຍາ, ປື້ມວິຊາການ, ການກໍ່ສ້າງບຸກຄະລະກອນ ປ ຕີ, ປ ໂທ ແລະ ປ ເອກ;
  4. ໃຫ້ຄະນະກຳມະການ ມີຄຳເຫັນສຳລັບຫົວຂໍ້ຄົ້ນຄວ້າວິທະຍາສາດ ຖ້າວ່າບໍ່ສຳເລັດຢາກໃຫ້ຄະນະກໍາມະການມີຄໍາເຫັນໃຫ້ໂຈະ ຫຼື ໃຫ້ປະຕິບັດຕາມສັນຍາກຳນົດໄວ້;
  5. ໃຫ້ຄະນະກໍາມະການ ຮ່ວມກັບກອງເລຂາກອງທຶນເຮັດບົດບັນທຶກກັບຫົວໜ້າຫົວຂໍ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ;
  6. ການຕິດຕາມ, ກວດກາ ແລະ ປະເມີນຜົນໃນຄັ້ງນີ້ ຄະນະກໍາມະການແມ່ນຈະໄດ້ນໍາໃຊ້ 3 ແບບພີມ ຄື 8, 9 ແລະ 10.
         ໃນກອງປະຊຸມຄັ້ງນີ້, ຄະນະກຳມະການວິຊາການ ຕິດຕາມ, ກວດກາ ແລະ ປະເມີນຜົນຫົວຂໍ້ຄົ້ນຄ້ວາ ຢູ່ໃນ ຂົງເຂດ ວິທະຍາສາດສັງຄົມ ຈຳນວນ 4 ຫົວຂໍ້ ເພື່ອກວດກາບັນດາຫົວຂໍ້ຄົ້ນຄວ້າທີ່ໄດ້ຮັບງົບປະມານ 90%, 60% ແລະ 100% ເພື່ອກຽມປິດ.
         ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ. ໃນຕອນທ້າຍ, ປະທານໄດ້ຕາງໜ້າໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ຄະນະກຳມະການວິຊາການທຸກທ່ານ ຕະຫຼອດຮອດຜູ້ແທນກອງປະຊຸມ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານນີ້, ພ້ອມທັງອວຍພອນໃຫ້ທຸກທ່ານມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ. ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 12:00 ໂມງ ຂອງວັນດຽວກັນ.
           
ພາບ ແລະ ຂ່າວ ພະແນກປະສານງານວິທະຍາສາດ

Leave a Comment

Your email address will not be published. Required fields are marked *