ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

            ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການຄຸ້ມຄອງ, ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ໄດ້ມີຂຶ້ນໃນວັນທີ 23 ກໍລະກົດ 2026 ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ພ້ອມດ້ວຍຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຄະນະສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຕາງໜ້າຈາກຫ້ອງການ, ຫົວໜ້າກົມ-ຮອງກົມ, ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ, ຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ, ພະແນກສຶກສາທິການແລະກິລາ ແຂວງໄຊສົມບູນ, ບໍລິຄໍາໄຊ ແລະແຂວງວຽງຈັນ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
            ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວເປີດກອງປະຊຸມ ພ້ອມທັງມີຄໍາເຫັນວ່າ: ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ແມ່ນກອງປະຊຸມເຜີຍແຜ່ນິຕິກໍາ, ທາບທາມ ແລະ ປະກອບຄໍາເຫັນໃສ່ເອກະກະສໍາຄັນ ເຊັ່ນ: ດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; (ຮ່າງ) ຄໍາແນະນໍາ ການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນໍາ ວ່າດ້ວບການສະນັບສະໜູນ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕິກໍາ, ໃຫ້ບັນດາຜູ້ເຂົ້າຮ່ວມທຸກທ່ານ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ, ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຄຳແນະນຳ ການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ, ເຊິ່ງມີບາງຂໍ້ເຈາະຈີ້ມເຊັ່ນ: ໂຄງປະກອບຂອງຮ່າງຄໍາແນະນໍາ, ການຮັບຮອງນາມມະຍົດ ແລະ ການມອບລາງວັນ, ການກຳນົດເນື້ອໃນທີ່ມີ ແລະ ຄວນຕັດ ຫຼື ເພີ່ມຕື່ມເນື້ອໃນດ້ານໃດ ແລະ ການກຳນົດເງິນນະໂຍບາຍຕໍ່ຜູ້ໄດ້ຮັບນາມມະຍົດ ແລະ ລາງວັນ ເຫຼົ່ານີ້ເປັນຕົ້ນ ເພື່ອເຮັດໃຫ້ເອກະສານສະບັບນີ້ ມີຄວາມສົມບູນ, ຮັດກຸມ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຈິງ, ເປັນບ່ອນອີງທີ່ສັກສິດ ແລະ ສາມາດແກ້ໄຂຈຸດອ່ອນໃນໄລຍະຜ່ານມາ ພ້ອມທັງສ້າງແຮງຈູງໃຈອັນມະຫາສານ ໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ ໄດ້ສຸມເທສະຕິປັນຍາເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ.
           ພ້ອມນັ້ນ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບສ້າງຄໍາແນະນໍາ ຈົ່ງສັງລວມເອົາຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໃນມື້ນີ້ ເພື່ອໄປຄົ້ນຄວ້າ, ປັບປຸງ ແລະ ເຮັດໃຫ້ເນື້ອໃນຂອງຄໍາແນະນໍາການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ ມີຄວາມສົມບູນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຮັບຮອງ ພ້ອມທັງຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ; ຮຽກຮ້ອງມາຍັງບັນດາຜູ້ຕາງໜ້າຈາກກະຊວງ, ກົມ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ພາຍຫຼັງສິ້ນສຸດກອງປະຊຸມນີ້ແລ້ວ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈ, ດໍາລັດ ແລະ ຄໍາແນະນໍາ ທີ່ໄດ້ຮັບຟັງການເຜີຍແຜ່ໃນວັນນີ້ ໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ ໃຫ້ແກ່ບຸກຄະລາກອນ, ຄູອາຈານ ແລະ ນັກຄົ້ນຄວ້າ ທີ່ຂຶ້ນກັບພາກສ່ວນຂອງຕົນ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກຕ້ອງ; ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງບັນຍາກາດການຄົ້ນຄວ້າວິທະຍາສາດໃຫ້ມີຄວາມຟົດຟື້ນ, ຊຸກຍູ້ການຮ່ວມມືລະຫວ່າງຂະແໜງການ, ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອຫັນຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ.
           ຈາກນັ້ນ, ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການນໍາສະເໜີດຳລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; (ຮ່າງ) ຄໍາແນະນໍາ ການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນໍາ ວ່າດ້ວບການສະນັບສະໜູນ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕິກໍາ ຈາກຫົວໜ້າ ແລະ ຮອງຫ້ອງການສະພາວິທະຍາສາດແຫ່ງຊາດອີກດ້ວຍ.
ພາບ-ຂ່າວ: ບົວລະພາ

Leave a Comment

Your email address will not be published. Required fields are marked *