ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງ ປີ 2023 ຂຶ້ນໃນລະຫວ່າງວັນທີ 06-07 ສິງຫາ 2026 ຢູ່ທີ່ ຫ້ອງປະຊຸມກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ສສກ, ໂດຍການເປັນປະທານຂອງ ທ່ານ ສຸດທິພົງ ວົງໄຊຍາ, ຮອງຫົວໜ້າກອງເລຂາກອງທຶນ, ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ; ມີບັນດາຄະນະກຳມະການວິຊາການ ຕິດຕາມ, ກວດກາ ແລະ ປະເມີນຜົນ ຫົວຂໍ້ຄົ້ນຄວ້າວິທະຍາສາດ, ຫົວໜ້າຫົວຂໍ້ພ້ອມດ້ວຍທີມງານຄົ້ນຄວ້າ ແລະ ກອງເລຂາຊ່ວຍວຽກກອງທຶນ, ທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງສຳຄັນ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງປີ 2023 ໃຫ້ມີຖືກຕ້ອງ, ຄວາມສອດຄ່ອງກັບແຜນການ, ມີຄວາມໂປ່ງໃສ ແລະ ຮັບປະກັນການນໍາໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບສູງສຸດ ໃນນັ້ນ, ກອງປະຊຸມໄດ້ສຸມໃສ່ການຄົ້ນຄວ້າ ແລະ ຊອກຫາສາເຫດທີ່ແທ້ຈິງຂອງບັນດາຫົວຂໍ້ຄົ້ນຄວ້າ ທີ່ດຳເນີນການຫຼ້າຊ້າກວ່າແຜນການ ເພື່ອຊອກຫາວິທີການແກ້ໄຂຢ່າງຮີບດ່ວນ ບົນຫຼັກການວິທະຍາສາດ ຢ່າງກົງໄປກົງມາ ສຳລັບຫົວຂໍ້ຄົ້ນຄວ້າ ທີ່ສະເໜີຂໍຕໍ່ສັນຍາ, ເນັ້ນໜັກການວັດແທກຜົນໄດ້ຮັບ ແລະ ຜົນສຳເລັດຕົວຈິງ (Outputs) ທີ່ມີເອກະສານຢັ້ງຢືນຈະແຈ້ງ ເປັນຕົ້ນແມ່ນ ຜົນງານການຕີພິມວິຊາການ ແລະ ການກໍ່ສ້າງບຸກຄະລາກອນ; ພ້ອມທັງຮ່ວມກັນກຳນົດມາດຕະການທາງວິໄນຢ່າງເດັດຂາດ ຕໍ່ກັບຫົວຂໍ້ຄົ້ນຄວ້າທີ່ບໍ່ສຳເລັດໂດຍບໍ່ມີເຫດຜົນສົມຄວນ ເພື່ອຮ່ວມກັນສ້າງບັນທັດຖານໃໝ່ ທີ່ມີຄວາມຮັບຜິດຊອບສູງ ແລະ ຍົກລະດັບມາດຕະການຄຸ້ມຄອງກອງທຶນ ໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງ. ໂດຍເຫັນໄດ້ເຖິງບົດບາດ, ຄວາມສຳຄັນ ຂອງວຽກງານການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນກຳລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ. ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງຄຸ້ມຄອງກອງທຶນ ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃນການຕິດຕາມກວດກາ ແລະ ປະເມີນຜົນການຄົ້ນຄວ້າ,
ໃນວາລະດັ່ງກ່າວປະທານ ຍັງຮຽກຮ້ອງໃຫ້ບັນດາທ່ານໃນຄະນະກຳມະການປະເມີນຜົນ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ດ້ວຍຄວາມ ຮັບຜິດຊອບສູງ ແລະ ຂໍມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມດັ່ງນີ້:
ໃຫ້ທາງຄະນະກຳມະການກວດກາ ຕື່ມ ໃນໄລຍະເວລາຂອງສັນຍາ ແມ່ນສິ້ນສຸດແລ້ວແຕ່ ຫົວຂໍ້ດັ່ງກ່າວ ຍັງບໍ່ສາມາດປິດໄດ້ ແລະ ການຈັດຕັ້ງປະຕິບັດລ່າຊ້າ ບໍ່ໄປຕາມບົດຄົ້ນຄວ້າວິທະຍາສາດທີ່ກຳນົດໄວ້ເບຶ້ອງຕົ້ນ;
ໃຫ້ຄະນະກຳມະການວິຊາການ ກວດກາ ແລະ ປະເມີນຜົນ ຫົວຂໍ້ຄົ້ນຄວ້າ ວິທະຍາສາດ ຖ້າວ່າຕໍ່ສັນຍາໄປແລ້ວ ຫົວຂໍ້ຄົ້ນຄວ້າຈະສໍາເລັດຕາມແຜນທີ່ໄດ້ກຳນົດໄວ້;
ຮຽກຮ້ອງໃຫ້ຄະນະກຳມະການ ປະເມີນຜົນ ກ່ຽວກັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າໃນໄລຍະຜ່ານມາ ເປັນຕົ້ນແມ່ນ ກິດຈະກຳ, ຜົນງານການຕີພິມລົງວາລະສານພາຍໃນ ແລະ ສາກົນ, ການຈົດທະບຽນຊັບສິນທາງປັນຍາ, ປຶ້ມວິຊາການ, ການກໍ່ສ້າງບຸກຄະລາກອນ ປ ຕີ, ປ ໂທ ແລະ ປ ເອກ;
ໃຫ້ຄະນະກຳມະການ ມີຄຳເຫັນສຳລັບຫົວຂໍ້ຄົ້ນຄວ້າວິທະຍາສາດ ຖ້າວ່າບໍ່ສຳເລັດຢາກໃຫ້ຄະນະກໍາມະການມີຄໍາເຫັນໃຫ້ໂຈະ ຫຼື ໃຫ້ປະຕິບັດຕາມສັນຍາກຳນົດໄວ້;
ໃຫ້ຄະນະກໍາມະການ ຮ່ວມກັບກອງເລຂາກອງທຶນເຮັດບົດບັນທຶກກັບຫົວໜ້າຫົວຂໍ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ;
ການຕິດຕາມ, ກວດກາ ແລະ ປະເມີນຜົນໃນຄັ້ງນີ້ ຄະນະກໍາມະການແມ່ນຈະໄດ້ນໍາໃຊ້ 3 ແບບພີມ ຄື 8, 9 ແລະ 10.
ໃນກອງປະຊຸມຄັ້ງນີ້, ຄະນະກຳມະການວິຊາການ ຕິດຕາມ, ກວດກາ ແລະ ປະເມີນຜົນຫົວຂໍ້ຄົ້ນຄວ້າ ຢູ່ໃນ ຂົງເຂດ ວິທະຍາສາດ ຊີວະພາບ ຈຳນວນ 8 ຫົວຂໍ້ ແລະ ວິທະຍາສາດ ເສດຖະກິດ ຈຳນວນ 6 ຫົວຂໍ້ ເພື່ອກວດກາບັນດາຫົວຂໍ້ຄົ້ນຄວ້າທີ່ໄດ້ຮັບງົບປະມານ 90%, 60% ແລະ 100% ເພື່ອກຽມປິດ.
ກອງປະຊຸມໄດ້ດຳເນີນມາເປັນເວລາສອງວັນ ໃນຕອນທ້າຍ, ປະທານໄດ້ຕາງໜ້າໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ຄະນະກຳມະການວິຊາການທຸກທ່ານ ຕະຫຼອດຮອດຜູ້ແທນກອງປະຊຸມ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານນີ້, ພ້ອມທັງອວຍພອນໄຊໃຫ້ທຸກທ່ານມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ ແລະ ກອງປະຊຸມໄດ້ປິດລົງໃນເວລາ 16:30 ໂມງ ຂອງວັນທີສອງ.
ພາບ ແລະ ຂ່າວ ພະແນກປະສານງານວິທະຍາສາດ
