ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ປະຈຳປີ 2023 ແລະ 2024 ໃຫ້ແກ່ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ທີມງານການຄົ້ນຄວ້າວິທະຍາສາດຂື້ນ ໃນລະຫວ່າງວັນທີ 21-22 ພະຈິກ 2025 ຢູ່ທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຜູ້ປະຈຳການ ມີບັນດາ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຄະນະບໍດີ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ກອງເລຂາຊ່ວຍວຽກກອງທຶນ ເຂົ້າຮ່ວມທັງໝົດ 80 ທ່ານ.
ຈຸດປະສົງກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອເປັນການປູກຈິດສຳນຶກ, ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ສະ ໜັບສະໜູນການຈັດຕັ້ງປະຕິບັດ ຫົວຂໍ້ຄົ້ນຄວ້າວິທະຍາສາດ ກພວຕ. ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີບົດ ຈາກວິທະຍາກອນຈຳນວນ 09 ຫົວຂໍ້ ທີ່ກຽວຂ້ອງກັບການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ.
ໃນໂອກາດດຽວກັນນີ້ ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໃຫ້ເອົາໃຈໃສ່ ໃນການຄຸ້ມຄອງການຄົ້ນຄວ້າ, ການປະຕິບັດສັນຍາຫົວຂໍ້ຄົ້ນຄວ້າ ດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດໄປຕາມແຜນການທີ່ໄດ້ກຳນົດໄວ້, ຮຽກຮ້ອງໃຫບັນດາຫົວໜ້າຫົວຂໍ້ ແລະ ທິມງານການຄົ້ນຄວ້າທີ່ໄດ້ຮັບການສະໜັບສະໜຸນທຶນຈາກກອງທຶນ ແລະ ເປັນເຈົ້າການໃນການຕີພີມຜົນການຄົ້ນຄວ້າຂອງຕົນລົງວາລະສານທັງພາຍໃນ ແລະ ສາກົນ, ການຈົດສິດທິບັດ, ອະນຸສິດທິບັດ ແລະ ພັນພືດໃໝ່ ຍົກລະດັບຄຸນນະພາບຂອງການຄົ້ນຄວ້າ, ນັກຄົ້ນຄວ້າ ໃຫ້ມີບົດບາດໃນເວທີສາກົນ, ເອົາໃຈໃສ່ ໃນການສະຫຼູບ ແລະ ລາຍງານການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການລາຍງານປະຈຳໄລຍະຂອງຫົວຂໍ້ຄົ້ນຄວ້າດ້ານເຕັກນິກ ແລະ ງົບປະມານ ຕາມທີ່ໄດ້ລະບຸກຳນົດໄວ້ໃນບົດໂຄງການ ໂດຍອີງໃສ່ເງື່ອນໄຂມາດຖານ ແລະ ລະບຽບການຂອງກອງທຶນວາງອອກ, ໃຫ້ກອງທຶນ ແລະ ນັກວິທະຍາກອນເອົາໃຈໃສ່ ຖ່າຍທອດບົດຮຽນເປັນຕົ້ນແມ່ນ ການຄຸ້ມຄອງໂຄງການ, ການຕິດຕາມກວດກາ ແລະ ປະເມີນໂຄງການ, ເພື່ອໃຫ້ບັນດາການຈັດຕັ້ງຮັບຜິດຊອບ ແລະ ຫົວໜ້າຫົວຂໍ້ຄົ້ນຄວ້ານຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບວຽກງານຂອງຕົນຢ່າງມີປະສິດທິພາບປະສິດທິຜົນ, ເອົາໃຈໃສ່ສືບຕໍ່ປະສານງານ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນຕໍ່ວຽກງານການພັດທະນາກອງທຶນ ຢ່າງຕໍ່ເນື່ອງເປັນປົກກະຕິ, ເປີດໂອກາດໃຫ້ນຳສະເໜີແນວຄິດ ໃນການປັບປຸງພັດທະນາກອງທຶນ ເຊັ່ນ: ນິຕິກຳ, ລະບຽບການ, ແບບແຜນວິທີເຮັດວຽກ, ກົນໄກການປະສານງານ.
ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ ແລະ ປິດລົງດ້ວຍຜົນນສຳເລັດອັນຈົບງາມ.


