ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ

           ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ ໃນລະຫວ່າງວັນທີ 08-10 ທັນວາ 2025 ຢູ່ທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້້າຮ່ວມທັງໝົດ 25 ທ່ານ.
           ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ ແລະ ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່  (ຮ່າງ) ຂໍ້ຕົກລົງດັ່ງກ່າວໃຫ້ຄົບຖ້ວນສົມບູນຍິ່ງຂຶ້ນ. ພ້ອມດຽວກັນັ້ນ, ກໍ່ເພື່ອເປັນບ່ອນອີງໃຫ້ແກ່ອົງການຄຸ້ມຄອງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ຄະນະກຳມະການ ແຕ່ລະຂັ້ນໃນການຄົ້ນຄວ້າ ແລະ ຄັດເລືອກ ນັກຄົ້ນຄວ້າວິທະຍາສາດ, ນັກປະດິດຄິດແຕ່ງ ແລະ ນັກສ້າງນະວັດຕະກຳ ທີ່ມີເງື່ອນໄຂໄດ້ຮັບນາມມະຍົດນັກຄົ້ນຄວ້າ ແລະ ລາງວັນວິທະຍາສາດ ຢ່າງມີຄວາມຖືກຕ້ອງ, ສອດຄ່ອງກັບມາດຕະຖານ  ແລະ ເງື່ອນໄຂທີ່ກຳນົດ; ພ້ອມທັງກຳນົດນະໂຍບາຍ ແລະ ສັນລະເສີນຄຸນງາມຄວາມດີ, ການອຸທິດເຫື່ອແຮງ ແລະ ສະຕິປັນຍາ ຂອງນັກຄົ້ນຄວ້າວິທະຍາສາດ, ນັກປະດິດຄິດແຕ່ງ ແລະ ນັກສ້າງນະວັດຕະກຳ ເປັນທີ່ຍອມຮັບຂອງສັງຄົມ ແລະ ສ້າງປະໂຫຍດໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
            ໃນໂອກາດດຽວກັນນີ້ ທ່ານປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫ້ສຸມໃສ່: ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນເຂົ້້າໃສ່ (ຮ່າງ) ຂໍ້ຕົກລົງ ດ້ວຍຄວາມຮັບຜິດຊອບສູງເພື່ອໃຫ້ເນື້ອໃນມີຄວາມອຸດົມສົມບູນ ແລະ ສອດຄ່ອງຕາມສະພາບຄວາມເປັນຈິງຫຼາຍຂຶ້ນ; ກອງປະຊຸມໃນຄັ້ງນີ້ຍັງເປີດກວ້າງແນວຄວາມຄິດໃຫ້ຜູ້ຂົ້້າຮ່ວມກອງປະຊຸມໄດ້ສະເໜີແນວຄວາມຄິດໃນການປັບປຸງເນື້ອໃນ ແລະ ແບບແຜນວິທີເຮັດວຽກ, ກົນໄກການປະສານງານ ຕາມເນື້ື້ອໃນຂອງຂອງ (ຮ່າງ) ຂໍ້ຕົກລົງ. ພ້ອມດຽວກັນນີ້, ກໍ່ໃຫ້ຄົ້ນຄວ້າ ແລະ ເອກກະພາບກັນໃນໂຄງປະກອບຂອງ (ຮ່າງ) ຂໍ້ຕົກລົງ, ຫຼັກການປະເມີນການໃຫ້ຄະແນນ ແລະ ປະເມີນຜົນງານການຄົ້ນຄວ້າວິທະຍາສາດ.
ບົດຂ່າວ ແລະ ຮູບພາບພະແນກປະສານງານວິທະຍາສາດ

Leave a Comment

Your email address will not be published. Required fields are marked *