ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງວຽກງານຂອງຄະນະກຳມະການວິຊາການຄືນໃໝ່ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ກອງປະຊຸມໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2026, ທີ່ຫ້ອງປະຊຸມ ຂອງຫ້ອງການສະພາວິທະຍາສາດແຫ່ງຊາດ ຕຶກ 100 (ໃນຮົ້ວສຳນັກງານນາຍົກລັດຖະມົນຕີ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ, ຄະນະສະພາບໍລິຫານ ກພວຕ ທັງເປັນຫົວໜ້າກອງເລຂາກອງທຶນ, ພ້ອມດ້ວຍຄະນະກຳມະການວິຊາການກອງທຶນທັງ 6 ກຸ່ມ ຄື: ກຸ່ມວິທະຍາສາດກາຍະພາບ, ກຸ່ມວິທະຍາສາດຊີວະພາບ, ກຸ່ມວິທະຍາສາດສຸຂະພາບ, ກຸ່ມວິທະຍາສາດສັງຄົມ, ກຸ່ມວິທະຍາສາດການເມືອງ, ກຸ່ມວິທະຍາສາດເສດຖະກິດ ແລະ ພະນັກງານຊ່ວຍວຽກກອງເລຂາທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈຳນວນ 32 ທ່ານ, ຍິງ 13 ທ່ານ.



ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ເປັນເອກະພາບກັນໃນການຄັດເລືອກເອົານັກຄົ້ນຄວ້າວິທະຍາສາດລະດັບປະລີນຍາເອກ ເພື່ອແຕ່ງຕັ້ງເປັນຄະນະກຳມະການວິຊາການໃນການກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ. ຄະນະກຳມະການດັ່ງກ່າວ ຈະມີບົດບາດສຳຄັນໃນການກວດຜ່ານ ແລະ ປະເມີນຄຸນນະພາບຂອງຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ຈະໄດ້ຮັບການສະໜັບສະໜູນຈາກກອງທຶນ, ເພື່ອຮັບປະກັນໃຫ້ວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ ມີຄວາມຖືກຕ້ອງຕາມຫຼັກການວິຊາການ ແລະ ສາມາດນຳໄປຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ.
ໃນກອງປະຊຸມໄດ້ມີການນຳສະເໜີບັນຊີລາຍຊື່ຄະນະກຳມະການວິຊາການ ທີ່ມີຢູ່ໃນຖານຂໍ້ມູນ ຂອງກອງທຶນ ເພື່ອຄົ້ນຄວ້າເປັນບ່ອນອີງໃຫ້ແກ້ການຄັດເລຶອກຄະນະກຳມະການວິຊາການ ໃຫ້ມີຄວາມເໝາະສົມ ແລະ ຄົບຖ້ວນຕາມລະບຽບການທີວາງອອກ. ກອງປະຊຸມໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນກ່ຽວກັບໂຄງປະກອບການແຕ່ງຕັ້ງຄະນະກຳມະການວິຊາການໃນແຕ່ລະຂົງເຂດວຽກງານ ແລະ ຖອດຖອນບົດຮຽນປະສົບການຂອງການເຮັດວຽກຂອງຄະນະກຳມະວິຊາການ ທັງ 6 ກຸ່ມ ສາຍວິຊາ ຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ ເຫັນໄດ້ວ່າມີທັງດ້ານດີ, ດ້ານອອນ, ຂໍ້ຍຸ້ງຍາກຕ່າງໆ ແລະ ສີ່ງທ້າທາຍ. ໂອກາດດັ່ງກ່າວ ປະທານກອງປະຊຸມ ກໍ່ໄດ້ສັງລວມເອົາບັນດາຄຳຄິດຄຳເຫັນ ແລະ ຄວາມເປັນເອກະພາບຂອງກອງປະຊຸມດັ່ງລຸ່ມນີ້:
- ປັບປຸງຄະນະກຳມະການວິຊາການຄືນໃໝ່ໃຫ້ມີຄຸນນະພາບສຸງຂຶ້ນໂດຍໃຫ້ມີຄະນະກຳມະການວິຊາການໃນຈຳນວນ 5 ຫາ 13 ທ່ານ/ກຸ່ມ;
- ເພີ່ມກຸ່ມຂອງຄະນະກຳມະການວິຊາການ ຂຶ້ນ ເປັນກຸ່ມຍ່ອຍທີ່ເຫັນວ່າມີຄວາມຈຳເປັນ ໂດຍໃຫ້ສະໜອງຂໍ້ມູນຂອງຄະນະກຳມະການວິຊາການຄົນໃໝ່ ທີ່ຍັງບໍ່ທັນໄດ້ລົງທະບຽນໃນຖານຂໍ້ມູນ ໃຫ້ກອງທຶນ;
- ທົບທວນນິຕິກຳທີ່ຕິດພັນກັບການປະຕິບັດນະໂຍບາຍ ທີ່ເປັນການຊຸກຍູ້ສົ່ງເສີມນັກຄົ້ນຄວ້າວີທະຍາສາດ ແລະ ແລະປັບປຸງໃຫ້ສອດຄ່ອງເໝາະສົມ;
- ຄະນະກຳມະການວິຊາການເອກະລາດ ທາງພາຍນອກ ທີ່ມີຄວາມຮູ້ຄວາມສາມາດ ເໝາະສົມ ຄວນມີສ່ວນຮ່ວມໃນການພິຈາລະນາ ມີຄຳເຫັນໃນກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ;
- ວາລະດຳເນີນການຂອງຄະນະກຳມະການວິຊາການ ຄວນເພື່ມຂຶ້ນໃຫ້ແທດເໝະ ກັບອາຍຸການຂອງຫົວຂໍ້ທີ່ໄດ້ຮັບອະນຸມັດ;
- ຍົກສູງບົດບາດ ສິດໜ້າທີ່ຂອງແຕ່ລະກຸ່ມຄະນະກຳມະການວິຊາການ ໂດຍໃຫ້ຄົ້ນຄວ້າພິຈາລະນາຄັດເລືອກຄະນະກຳມະການວິຊາການຊຸດໃໝ່ ທີ່ມີຄຸນນະພາບ ເໝາະສົມ ແລະ ຄະນະກຳມະການກັ່ນກອງຫົວຂໍ້ຄົ້ນຄວ້າເບື້ອງຕົ້ນ ເພື່ອກອງເລາຂາກອງທຶນໄດ້ສັງລວ ແລະ ນຳສະເໜີແຕ່ງຕັ້ງຄືນໃໝ່.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນໃນການປັບປຸງກົນໄກການບໍລິຫານຈັດການກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນໃນຕໍ່ໜ້າ.