ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ພິທີເຊັນສັນຍາ ຫົວຂໍ້ຄົ້ນຄວ້າວິທະຍາສາດ ກພວຕ ປີ 2025


ກອງທຶນພັດທະນາວິທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດພິທີເຊັນສັນຍາການຈັດຕັ້ງປະຕິບັັດຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ໄດ້ຖືກຮັບຮອງ ໃນປີ 2025 ເມື່ອວັນທີ 29 ເມສາ 2026 ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງການສະພາວິທະຍາສາດແຫ່ງຊາດ (ບໍລິເວນສຳນັກງານນາຍົກລັດຖະມົນຕີ) ເຊິ່ງໃຫ້ກຽດລົງນາມກັບ 15 ພາກສ່ວນໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າກອງເລຂາ, ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະພາບໍລິຫານ ກພວຕ, ພ້ອມດ້ວຍຄະນະສະພາບໍລິຫານ ກພວຕ, ຫົວໜ້າກອງເລຂາ ກພວຕ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມ.ສຸພານຸວົງ, ຈໍາປາສັກ ແລະ ສະຫວັນນະເຂດ, ຫົວໜ້າຫົວຂໍ້ຄົ້ນຄວ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໃນການຄັດເລືອກຫົວຂໍ້ຄົ້ນຄວ້າປີ 2025 ແມ່ນໄດ້ດໍາເນີນການຄັດເລືອກຕາມຂະບວນການຂັ້ນຕອນ ໂດຍອີງໃສ່ເງື່ອນໄຂມາດຕະຖານທີ່ ກພວຕ ວາງອອກຢ່າງຄົບຖ້ວນ ແລະ ເປັນໄປຕາມຂັ້ນຕອນຢ່າງລະອຽດຈະແຈ້ງ, ເຊິ່ງໃນເບື້ອງຕົ້ນ ກອງທຶນພັດທະນາວິທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດຮັບສະໝັກຫົວຂໍ້ຄົ້ນຄວ້າທັງໝົດ 181 ຫົວຂໍ້. ຜ່ານການຄັດເລືອກຮອບສຸດທ້າຍແມ່ນສາມາດເລືອກໄດ້ 15 ຫົວຂໍ້ ທີ່ໄດ້ເຊັນສັນຍາເພື່ອຮັບທຶນ ແລະ ດຳເນີນການການຄົ້ນຄວ້າຕາມຫົວຂໍ້ທີ່ຕົນໄດ້ສະເໜີ, ເຊິ່ງໃນ 15 ຫົວຂໍ້ ທີ່ໄດ້ຮັບການຄັດເລືອກນີ້ ປະກອບມີ: ມະຫາວິທະຍາໄລ ສຸພານຸວົງ ຈໍານວນ 3 ຫົວຂໍ້ ຄື: ສຶກສາແຫຼ່ງກໍາເນີດ ແລະ ແນວທາງໃນການແກ້ໄຂບັນຫາຝຸ່ນລະອອງ pm 2.5 ໃນແຂວງພາກເໜືອ ສປປ ລາວ, ການພັດທະນາເຕັກນິກຂະຫຍາຍພັນ ແລະ ການອານຸລັກຜັກຫວານປ່າ ແລະ ຄວາມອາດສາມາດໃນການຜະລິດ ແລະ ສະໜອງສິນຄ້າ ກະສິກໍາປະເພດສະບຽງອາຫານເພື່ອທົດແທນການນໍາເຂົ້າໃນແຂວງພາກເໜືອ; ວິທະຍາໄລຄູຫຼວງພະບາງ 1 ຫົວຂໍ້ ຄື ສຶກສາປະສິດທີພາບການຈັດການຮຽນການສອນຂອງຄູທີ່ເນັ້ນຜູ້ຮຽນເປັນໃຈກາງ lck ໃນສັດຕະວັດທີ 21 ທີ່ໂຮງຮຽນມັດທະຍົມສາທິດທີ່ຂຶ້ນກັບວິທະຍາໄລຄູໃນ ສປປ ລາວ; ມະຫາວິທະຍາໄລ ສະຫວັນນະເຂດ ມີ 4 ຫົວຂໍ້ ຄື ແນວທາງການປັບປຸງແກ້ໄຂການປະລະການຮຽນຂອງນັກຮຽນໃນການສຶກສາສາຍສາມັນພາຍໃນແຂວງສະຫວັນນະເຂດ, ການພັດທະນາຮູບແບບຜະລິດຕະພັນແບບມີສ່ວນຮ່ວມເພື່ອເພີ່ມມູນຄ່າຫັດຖະກໍາຈັກສານໃນເຂດຈຸດສຸມເມືອງວັງ, ເມືອງວິລະບູລີ ແຂວງສະຫວັນນະເຂດ; ຜົນກະທົບຂອງວິສາຫະກິດເສດຖະກິດເສດຖະກິດຕໍ່ກັບຄວາມໝັ້ນຄົງທາງດ້ານເສດຖະກິດຄົວເຮືອນໃນ 3 ແຂວງພາກກາງ ສປປ ລາວ ແລະ ການພັດທະນາລະບົບບັນທຶກຊື່ເຂົ້າຮຽນດ້ວຍຄິວອາໂຄດ; ມະຫາວິທະຍາໄລຈໍາປາສັກ ຈຳນວນ 2 ຫົວຂໍ້ ຄຶ ວິເຄາະຕ່ອງໂສ້ ມູນຄ່າເພີ່ມຖົ່ວລຽນລາວ ໃນ ສປປ ລາວ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈທີ່ຈະສົ່ງລູກຮຽນຕໍ່ລະດັບອາຊິວະສຶກສາ ແລະ ການສຶກສາຊັ້ນສຸງ: ກໍລະນິສຶກສານັກຮຽນມັດທະຍົມຕອນປາຍ ພາຍໃນ 4 ແຂວງພາກໃຕ້ຂອງ ສປປ ລາວ; ມະຫາວິທະຍາໄລແຫ່ງຊາດ ຈຳນວນ 4 ຫົວຂໍ້ ຄື ການພັດທະນາແຮ່ດິນໜຽວລາວ ເພືອນໍາໃຊ້ການຜະລິດກະເບື້ອງເຊລາມິກ; ຄວາມຫຼາກຫຼາຍຂອງຫອຍທາກບົກ ແລະ ການຜະລິດ ເຊລໍາ ບໍາລຸງຜິິວຈາກເມືອກຫອຍທາກ, ການວິເຄາະການເຊື່ອມຈອດຂອງຕົວເມືອງ ແລະ ຊົນນະບົດໃນບັນດາແຂວງພາກເໜືອຂອງ ສປປ ລາວ ເພື່ອເສີມຂະຫຍາຍຜົນປະໂຫຍດສູງສຸດທາງເສດຖະກິດ-ສັງຄົມຈາກການພັດທະນາເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ສຶກສາ ແລະ ພັດທະນາລະບົບອັດສະລິຍະດ້ວຍປັນຍາປະດິດ ອິນເຕີເນັດສັບພະສິ່ງ; ແລະ ສະຖາບັນການທະນາຄານ 1 ຫົວຂໍ້ ຄື ການສົ່ງຜ່ານນະໂຍບາຍເງິນຕາຕໍ່ອັດຕາເງິນເຟີ້ໃນ ສປປ ລາວ.

ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນຕໍ່ບັນດານັກວິທະຍາສາດ, ນັກຊ່ຽວຊານ ຜູ້ແທນທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ກຳໄດ້ບັນດາເນື້ອໃນ, ຫຼັກການ ແລະ ວິທີການຕ່າງໆ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເນັ້ນໃຫ້ບັນດາການຈັດຕັ້ງຮັບຜິດຊອບຈົ່ງເອົາໃຈໃສ່ຊຸກຍູ້ ຫົວໜ້າຫົວຂໍ້ ແລະ ທິມງານຄົ້ນຄວ້າ ຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ເຊັ່ນ: ການຕິດຕາມ, ກວດກາຄວາມຖືກຕ້ອງໃນການນໍາໃຊ້ງົບປະມານ ແລະ ບົດສະຫຼຸບລາຍງານ ດ້ານເຕັກນິກວິຊາການ ແລະ ການໃຊ້-ຈ່າຍງົບປະມານ ໃຫ້ໄປຕາມຄູ່ມືແນະນໍາທີ່ກໍານົດໄວ້ ເພື່ອໃຫ້ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດສອບໄດ້; ເນັ້ນໃຫ້ ບັນດາ ຫົວຂໍ້ຄົ້ນຄວ້າ ຈົ່ງພ້ອມພາກັນເອົາໃຈໃສ່ ກ່ຽວກັບບັນດາ ວິທີການ, ຂັ້ນຕອນການເຮັດບົດລາຍຂອງການຄົ້ນຄວ້າ, ແຜນການລາຍງານດ້ານງົບປະມານ, ແຜນການ ແລະ ແຜນງານການຈັດຕັ້ງປະຕິບັດ ຫົວຂໍ້ຄົ້ນຄວ້າໃນແຕ່ລະໄລຍະ ເປັນຕົ້ນ ແລະ ເນັ້ນໃຫ້ ບັນດາຫົວໜ້າຫົວຂໍ້ ແລະ ທິມງານການຄົ້ນຄວ້າ ໃຫ້ມີການປະສານກັນກັບກອງເລຂາ ຂອງກອງທຶນ ກ່ຽວກັບການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ເພື່ອໃຫ້ການດຳເນີນ ກິດຈະກຳຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສົບຜົນສຳເລັດ.

ພາບ-ຂ່າວ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News

Leave a Comment

Your email address will not be published. Required fields are marked *