ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ຝຶກອົບຮົມສ້າງຈິດສຳນຶກດ້ານຊັບສິນທາງປັນຍາ ແລະ ຈັນຍາທຳການຄົ້ນຄວ້າວິທະຍາສາດ

ຝຶກອົບຮົມສ້າງຈິດສຳນຶກດ້ານຊັບສິນທາງປັນຍາ ແລະ ຈັນຍາທຳການຄົ້ນຄວ້າວິທະຍາສາດ

           ໃນວັນທີ່ 10  ແລະ 11 ກຸມພາ 2023 ເວລາ 8:00 – 16:30 ໂມງ ຢູ່ທີ່ຫ້ອງປະຊຸມ ຫ້ອງການສະພາວິທະຍາສາດ ແຫ່ງຊາດ ( ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ), ກະຊວງສຶກສາທິການ ແລະ ກິລາ, ໄດ້ເປີດຊຸດຝຶກອົບຮົມສ້າງຈິດ ສຳນຶກດ້ານຊັບສິນທາງປັນຍາ ແລະ ຈັນຍາທຳການຄົ້ນຄວ້າວິທະຍາສາດ ຂື້ນ ພາຍໄຕ້ການເປັນປະທານໂດຍມີ ທ່ານ ປທ ດຣ ນ. ລັດສະໝີ ສຽງສູນທອນ ຫົວຫນ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ, ຄະນະກຳມະການສະພາບໍລິຫານກອງທຶນ;   ຜູ້ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ປະກອບມີຄະນະວິທະຍາກອນ ທີ່ມາຈາກຂະແຫນງການເຊັ່ນ: ສະຖາບັນວິທະຍາສາດການແພດເຂດຮ້ອນ (ກະຊວງ ສາທາລະນະສຸກ), ກົມຊັບສິນທາງປັນຍາ (ກະຊວງອຸດສາຫະກຳ ແລະ ການຄ້າ) ແລະ ຄະນະນິຕິສາດ ແລະ ລັດຖະສາດ (ມະຫາວິທະຍາໄລແຫ່ງຊາດ) ແລະ ນັກສຳມະນາກອນ ທີ່ເປັນວິຊາການຈາກຫ້ອງການສະພາວິທະຍາສາດ.

        ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຈິດສຳນຶກ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການ ດ້ວຍການເພີ່ມ ຄວາມຮູ້, ຄວາມເຂົ້າໃຈຕື່ມກ່ຽວກັບບົດບາດຄວາມສຳພັນ ແລະ ຄວາມສຳພັນຂອງວຽກງານຊັບສິນທາງປັນຍາ ແລະ ຈັນຍາທຳ ການຄົ້ນຄວ້າ ວິທະຍາສາດທີ່ມີຕໍ່ຂະບວນການຄົ້ນຄວ້າວິທະຍາສາດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານ ສຸກຍູ້ສົ່ງເສີມການ ຄົ້ນຄວ້າວິທະຍາສາດ ແຫ່ງຊາດບົນພື້ນຖານແນວທາງນະໂຍບາຍດ້ານວິທະຍາສາດຂອງພັກແລະລັດຖະບານເຮົາ.  ປະທານກອງປະຊຸມ ໄດ້ກ່າວເປີດ ແລະ ດຳເນີນຊຸດຝຶກອົບຮົມ ພ້ອມກັບມີຄຳເຫັນຕໍ່ຊຸດເຝຶກອົບຮົມ ໂດຍຊີ້ໃຫ້ເຫັນເຖິງ ຄວາມສຳຄັນຂອງການຈັດຝຶກອົບຮົມສ້າງຈິດສຳນຶກດ້ານ ຈັນຍາທຳການຄົ້ນຄວ້າ ໂດຍສະເພາະ ໃນຫົວຂໍ້ອັນຈຳເປັນພື້ນຖານທີ່ ຈະຕ້ອງໄດ້ຮັບຮູ້ກ່ອນອື່ນຫມົດ ເປັນຕົ້ນແມ່ນ ຫລັກການພື້ນຖານຈັນຍາທຳການຄົ້ນຄວ້າ, ຄວາມສ່ຽງ, ອັນຕະລາຍ ແລະ ຜົນປະໂຫຍດ ຂອງຜູ້ເຂົ້າຮ່ວມການຄ້ນຄວ້າ ບັນດາຄວາມຮູ້ເຫລົ່ານີ້ແມ່ນຈະຖືກຖ່າຍທອດ ໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ ຜູ້ເຂົ້າຮັບການຝຶກອົບຮົມ ໄດ້ມີຄວາມຮູ້ ຄວາມເຂົ້າໃຈຫລາຍຂື້ນ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຈາກນັກວິທະຍາກອນ ໄປປະຍຸກນຳໃຊ້ເຂົ້ໃນການພັດທະນາວຽກງານຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງແລະສອດຄ່ອງຕາມຫລັກຈັນຍາ ທຳອາຊີບ ແລະ ຫລັກຈັນຍາທຳການຄົ້ນຄວ້າ ວິທະຍາສາດ.

Leave a Comment

Your email address will not be published. Required fields are marked *