ພິທີເຊັນສັນຍາ ແລະ ຝຶກອົບຮົມກ່ຽວກັບການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ກພວຕ ປີ 2024
ໃນລະຫວ່າງວັນທີ 26 – 27 ກຸມພາ 2025 ຢູ່ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບ້ານດອນຕິ້ວ (ຫຼັກ 14), ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ກອງທຶນພັດທະນາວິທະນາວິທະຍາສາດ ແລະ ເຕັກໂນໂລຊີ(ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເຊັນສັນຍາການຈັດຕັ້ງປະຕິບັັດຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ໄດ້ຖືກຮັບຮອງໃນສົກປີ 2024-2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ພ້ອມດ້ວຍ ຄະນະສະພາບໍລິຫານ ກພວຕ, ອະທິການບໍດີ, ຫົວໜ້າສະຖາບັນ, ຮອງຫົວໜ້າຫ້ອງການ, ຮອງຄະນະບໍດີີ, ຫົວໜ້າພະແນກ, ຮອງພະແນກ, ວິຊາການ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ຄະນະທີມງານທີ່ຮັບຜິດຊອບຮັບຫົວຂໍ້ຄົ້ນຄວ້າ ຈຳນວນ 80 ທ່ານ.
ຈຸດປະສົງຂອງພິທີໃນຄັ້ງນີ້ ເພື່ອເຊັນສັນຍາການຈັດຕັ້ງປະຕິບັັດຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ໄດ້ຮັບຮອງໃນສົກປີ 2024-2025 ລວມທັງໝົດ 37 ຫົວຂໍ້, ການຄັດເລືອກຫົວຂໍ້ຄົ້ນຄວ້າປີ 2024 ແມ່ນໄດ້ດໍາເນີນການຄັດເລືອກຕາມຂະບວນການຂັ້ນຕອນ ໂດຍອີງໃສ່ເງື່ອນໄຂມາດຕະຖານທີ່ ກພວຕ ວາງອອກຢ່າງຮອບຄອບ, ເຊິ່ງໃນເບື້ອງຕົ້ນ ກພວຕ ໄດ້ເປີດຮັບສະໝັກຫົວຂໍ້ຄົ້ນຄວ້າທັງໝົດ 198 ຫົວຂໍ້, ຜ່ານການຄັດເລືອກຮອບສຸດທ້າຍແມ່ນສາມາດເລືອກໄດ້ 37 ຫົວຂໍ້ ທີ່ໄດ້ເຊັນສັນຍາເພື່ອຮັບທຶນ ແລະ ດຳເນີນການການຄົ້ນຄວ້າຕາມຫົວຂໍ້ທີ່ຕົນໄດ້ສະເໜີ, ເຊິ່ງໃນ 37 ຫົວຂໍ້ ທີ່ໄດ້ຮັບການຄັດເລືອກນີ້ປະກອບມີ:
-
ມະຫາວິທະຍາໄລຈໍາປາສັກ 4 ຫົວຂໍ້
-
ກະຊວງກະສິກຳ ແລະ ປ່າໄມ້ 2 ຫົວຂໍ້
-
ມະຫາວິທະຍາໄລແຫ່ງຊາດ 14 ຫົວຂໍ້
-
ມະຫາວິທະຍາໄລສຸພານຸວົງ 2 ຫົວຂໍ້
-
ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ, ກະຊວງສຶກສາທິການ ແລະ ກິລາ 1 ຫົວຂໍ້
-
ກະຊວງສາທາລະນະສຸກ 1 ຫົວຂໍ້
-
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ 1 ຫົວຂໍ້
-
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ 3 ຫົວຂໍ້
-
ກະຊວງອຸດສະຫະກຳ ແລະ ການຄ້າ 4 ຫົວຂໍ້
-
ມະຫາວິທະຍາໄລສະຫວັນນະເຂດ 1 ຫົວຂໍ້
-
ສະຖາບັນການທະນາຄານ 1 ຫົວຂໍ້
-
ວິທະຍາໄລການເງິນພາກເໜືອ 1 ຫົວຂໍ້
-
ຄະນະຈັດຕັ້ງສູນກາງພັກ 1 ຫົວຂໍ້
-
ວິທະຍາໄລເຕັກນິກລາວ-ເຢຍລະມັນ 1 ຫົວຂໍ້.
ຢ່າງໃດກໍ່ຕາມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຜົນການຄົ້ນຄວ້າຂອງ 37 ຫົວຂໍ້ ເປັນໄປຕາມຂະບວນການທີ່ຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດຢ່າງມີປະສິດທິຜົນນັ້ນ; ໃນວັນທີ 26 – 27 ກຸມພາ 2025 ກໍ່ໄດ້ມີການຈັດສໍາມະນາ ຝຶກອົບຮົມກ່ຽວກັບການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ປະຈຳປີ 2024 ໃຫ້ແກ່ບັນດາຫົວໜ້າຫົວຂໍ້, ການຈັດຕັ້ງຮັບຜິດຊອບ ແລະ ທີມງານຄົ້ນຄວ້າ ຂື້ນທີ່ຫ້ອງປະຊຸມດັ່ງກ່າວອີກດ້ວຍ.
ໂອກາດດັ່ງກ່າວ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ມີຄຳເຫັນຕໍ່ບັນດາທ່ານ ນັກວິທະຍາສາດ, ນັກຊ່ຽວຊານ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ຈົ່ງເອົາໃຈໃສ່ກຳໄດ້ບັນດາເນື້ອໃນ, ຫລັກການ ແລະ ວິທີການຕ່າງໆ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບສູງ ແລະ ຂໍມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມວ່າ:
-
ເນັ້ນໃຫ້ ບັນດາ ຫົວຂໍ້ຄົ້ນຄວ້າ ຈົ່ງພ້ອມພາກັນເອົາໃຈໃສ່ ກ່ຽວກັບບັນດາ ວິທີການ, ຂັ້ນຕອນການເຮັດບົດລາຍຂອງການຄົ້ນຄວ້າ, ແຜນການລາຍງານດ້ານງົບປະມານ, ການຈັດຊື້-ຈັດຈ້າງ ແລະ ແຜນງານການຈັດຕັ້ງປະຕິບັດ ຫົວຂໍ້ຄົ້ນຄວ້າໃນແຕ່ລະໄລຍະ ເປັນຕົ້ນ.
-
ເນັ້ນໃຫ້ບັນດາຫົວໜ້າຫົວຂໍ້ຄົ້ນຄວ້າ ແລະ ການຈັດຕັ້ງຮັບຜິດຊອບຈົ່ງເອົາໃຈໃສ່ກ່ຽວການຄຸ້ມຄອງໂຄງການໃຫ້ປະສົບຜົນສຳເລັດ ຕາມທີ່ໄດ້ລະບຸ ກຳນົດໄວ້ໃນບົດໂຄງການ ໂດຍໃຫ້ອີງໃສ່ເງື່ອນໄຂ ມາດຖານ ແລະ ລະບຽບການຂອງກອງທຶນ;
-
ໃຫ້ ບັນດານັກວິທະຍາກອນເອົາໃຈໃສ່ ຖ່າຍທອດບົດຮຽນເປັນຕົ້ນແມ່ນ ການຄຸ້ມຄອງໂຄງການຄົ້ນຄວ້າ, ການຕິດຕາມກວດກາ ແລະ ປະເມີນໂຄງການ, ການຕີພິມຜົນການຄົ້ນຄວ້າລົງໃນວາລາສານສາກົນ ລວມໄປເຖິງການຂຶ້ນແຜນງົບປະມານ ແລະ ເພື່ອໃຫ້ບັນດາການຈັດຕັ້ງຮັບຜິດຊອບຫົວຂໍ້ ແລະ ຫົວໜ້າຫົວຂໍ້ຄົ້ນຄວ້ານຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບວຽກງານຂອງຕົນຢ່າງມີປະສິດທິຜົນ.





























