ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມກວດກາຄວາມສອດຄ່ອງດ້ານໂຄງປະກອບ (ຮ່າງ) ຄຳແນະນຳວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ

       
          ໃນວັນທີ 07 ມັງກອນ 2026, ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາ ແລະ ກິລາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງດ້ານໂຄງປະກອບ (ຮ່າງ) ຄຳແນະນຳວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະ ຍາສາດ ແລະ ລາງວັນວິທະຍາສາດ ຂື້ນ ຢູ່ທີ່ ຫ້ອງປະຊຸມຫ້ອງການສະພາວິທຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ມີຮອງຫົວໜ້າກົມຈັດຕັ້ງພະນັກງານ, ຮອງຫົວໜ້າຫ້ອງ ການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການກ່ຽວຂ້ອງຈາກ ກົມຈັດຕັ້ງພະນັກງານ, ກົມປະກັນຄຸນນະພາບການສຶກສາ ແລະ ຫ້ອງ ການສະພາວິທະຍາສາດແຫ່ງຊາດ  ເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ.
          ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອກວດກາຄວາມສອດຄ່ອງດ້ານເນື້ອໃນໂຄງປະກອບ ຂອງ (ຮ່າງ) ຄຳແນະ ນຳວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ. ໃນກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ຕໍ່ກັບການສ້າງ ຄຳແນະນຳດັ່ງກ່າວ ແລະ ໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນເນື້ອໃນໃສ່ໂຄງປະກອບ ຢ່າງກົງໄປກົງມາ ແບບສ້າງສັນເຕັມໄປດ້ວຍຄວາມຮັບຜິດຊອບສູງ, ບົນຫຼັກການ ແລະ ລະບຽບຫຼັກການເພື່ອໃຫ້ໄດ້ເນື້ອໃນ (ຮ່າງ) ບົດແນະນຳສົມບູນຂື້ນ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ ຊຶ່ງໄດ້ຮັບໝາກຜົນ ແລະ ເນື້ອໃນ (ຮ່າງ) ຄຳແນະນຳທີ່ສົມບູນຂຶ້ນ.
ບົດຂ່າວ ແລະ ຮູບພາບ: ພະແນກປະສານງານວິທະຍາສາດ, ຫ້ອງການສະພາວິທະຍາສາດແຫ່ງຊາດ

Leave a Comment

Your email address will not be published. Required fields are marked *