ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກພວຕ ປຶກສາຫາລືຮັບຮອງບັນດາຫົວຂໍ້ຄົ້ນຄວ້າ ປະຈຳປີ 2025

          ສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມປຶກສາຫາລືຮັບຮອງບັນດາຫົວຂໍ້ຄົ້ນຄວ້າ ປະຈຳປີ 2025 ໃນວັນທີ 25 ທັນວາ 2025 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການ ສະພາບໍລິຫານ ກພວຕ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
         ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນການຈັດຕັ້ງໜຶ່ງ ສ້າງຕັ້ງຂຶ້ນເພື່ອລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະສົມທຶນ ເພື່ອຕອບສະໜອງເຂົ້າໃນການຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ມີປະສິດທິຜົນ ແລະ ຍືນຍົງ ໂດຍເຫັນໄດ້ບົດບາດ, ຄວາມສຳຄັນຂອງວຽກງານຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນກຳລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ. ດັ່ງນັ້ນ, ໃນວັນທີ 28 ພຶດສະພາ 2014 ລັດຖະບານ ຈຶ່ງໄດ້ຮັບຮອງເອົາດໍາລັດວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຮັບການປັບປຸງດຳລັດດັ່ງກ່າວເປັນສະບັບປັດຈຸບັນຄື ເລກທີ 681/ລບ, ລົງວັນທີ 24 ທັນວາ 2021 ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງຄຸ້ມຄອງກອງທຶນມີຄວາມສອດຄ່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
         ທັງນີ້, ເພື່ອຈັດຕັ້ງຜັນຂະຫຍາຍດຳລັດດັ່ງກ່າວໃຫ້ໄດ້ຮັບຜົນດີ, ກພວຕ ຈຶ່ງໄດ້ມີການແບ່ງຄວາມຮັບຜິດຊອບ ພາຍໃນຄະນະ ເພື່ອລົງເລິກຊີ້ນຳແຕ່ລະຂົງເຂດວຽກງານກອງທຶນຢ່າງຮອບດ້ານ. ສະນັ້ນ, ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 1 ວັນ ຊຶ່ງໄດ້ຮັບຟັງການສະເໜີລາຍງານ ແລະ ພິຈາລະນາຮັບຮອງຫົວຂໍ້ຄົ້ນຄວ້າ ປະຈຳປີ 2025, ການສະຫຼຸບລາຍງານ ແລະ ແຜນການເຄື່ອນໄຫວ ປະຈໍາປີ 2026 ທີ່ເປັນຈຸດສຸມຂອງກອງທຶນ. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານໃນຄະນະສະພາບໍລິຫານກອງທຶນ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບສູງ; ນໍາເອົາບົດຮຽນທີ່ດີຂອງບັນດາທ່ານ, ຂອງຂະແໜງການທ່ານແລກປ່ຽນ ເພື່ອກ້າວໄປ ເຖິງການຮັບຮອງເອົາຫົວຂໍ້ຄົ້ນຄວ້າ ປີ 2025 ແລະ ໜ້າວຽກທີ່ສໍາຄັນສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ພ້ອມກັນເຮັດໃຫ້ການນໍາໃຊ້ງົບປະມານກອງທຶນ ຮັບໃຊ້ໃຫ້ແກ່ວຽກງານການຄົ້ນຄວ້າວິທະຍາສາດ ຢ່າງມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ແລະ ສືບຕໍ່ປະສານງານ ແລະ ແລກປ່ຽນບົດຮຽນວຽກງານພັດທະນາ ກພວຕ ຢ່າງຕໍ່ເນື່ອງ ແລະ ຊີ້ນໍາລົງເລິກວຽກງານດັ່ງກ່າວ ໃຫ້ດໍາເນີນເປັນປົກກະຕິຕໍ່ເນື່ອງ.
         ໃນກອງປະຊຸມ ກໍຍັງໄດ້ເປີດໂອກາດໃຫ້ບັນດາຜູ້ແທນໄດ້ນຳສະເໜີແນວຄິດ ໃນການປັບປຸງ ແລະ ພັດທະນາກອງທຶນ ເຊັ່ນ: ການກໍານົດຂົງເຂດທີ່ເປັນບູລິມະສິດ ແລະ ເປັນຈຸດສຸມຂອງການຄົ້ນຄວ້າ, ນິຕິກຳ ແລະ ລະບຽບການຫຍັງແດ່ທີ່ຈະປັບປຸງ ຫຼື ສ້າງຂື້ນໃໝ່, ແບບແຜນວິທີເຮັດວຽກ, ກົນໄກການປະສານງານ ແລະ ອື່ນໆ. ສຳລັບການຮັບຮອງບັນດາຫົວຂໍ້ຄົ້ນຄວ້າ ປະຈຳປີ 2025 ມີທັງໝົດ 16 ຫົວຂໍ້ ປະກອບມີ: ການສຶກສາ ແລະ ພັດທະນາ ລະບົບອັດສະລິຍະດ້ວຍ ປັນຍາປະດິດອິນເຕີເນັດ ສັບພະສີ່ງ Artificial interllgence of thins (AIOT); ວິເຄາະຕ່ອງໂສ້ມູນຄ່າເພີ່ມຂອງທຸລຽນລາວ ໃນສປປ ລາວາ; ບົດບາດການສຶກສາ, ເສດຖະກິດ ແລະ ສະພາບແວດລ້ອມໃນຄອບຄົວ ຂອງນັກຮຽນທີ່ມີຜົນຕໍ່ການຕັດສິນໃຈທີ່ຈະສົ່ງລູກຮຽນຕໍ່ລະດັບອາຊີວະສຶກສາ ແລະ ການສຶກສາຊັ້ນສູງ: ກໍລະນີສຶກສານັກຮຽນມັດທະຍົມຕອນປາຍ ພາຍໃນ 4 ແຂວງ ພາກໃຕ້ຂອງສປປ ລາວ; ການພັດທະນາລະບົບບັນທຶກຊື່ເຂົ້າຮຽນດ້ວຍຄິວອາໂຄດ; ການພັດທະນາແຮ່ດິນໜ້ຽວລາວເພື່ອນໍາໃຊ້ການຜະລິດກະເບື້ອງຫຼັງຄາເຊລາມິກ; ຄວາມຫຼາກຫຼາຍຂອງຫອຍທາກບົກ ແລະ ການຜະລິດເຊຣໍາບຳລຸງຜິວຈາກເມືອກຫອຍທາກ; ສຶກສາປະສິດທິພາບການ ຈັດການຮຽນການສອນ ຂອງຄູທີ່ເນັ້ນຜູ້ຮຽນ ເປັນໃຈກາງ LCA ໃນສັດຕະວັດທີ 21 ທີ່ໂຮງຮຽນມັດທະຍົມສາທິດ ທີ່ຂຶ້ນກັບວິທະຍາໄລຄູ ໃນສປປ ລາວ; ແນວທາງການປັບປຸງແກ້ໄຂການປະລະການຮຽນ ຂອງນັກຮຽນໃນການສຶກສາສາຍສາມັນພາຍໃນ ແຂວງສະຫວັນນະເຂດ; ສຶກສາແຫຼ່ງກຳເນີດ ແລະ ແນວທາງໃນການແກ້ໄຂບັນຫາຝຸ່ນລະອອງ PM 2.5 ໃນແຂວງພາກເໜືອ ສປປ ລາວ; ການພັດທະນາເຕັກນິກ ຂະຫຍາຍພັນ ແລະ ການອະນຸລັກຜັກຫວານປ່າ; ການວິເຄາະການເຊື່ອມຈອດຂອງຕົວເມືອງ ແລະ ຊົນນະບົດໃນບັນດາແຂວງພາກເໜືອຂອງ ສປປ ລາວ ເພື່ອເສີມຂະຫຍາຍຜົນປະໂຫຍດສູງສຸດທາງເສດຖະກິດ-ສັງຄົມ ຈາກການພັດທະນາເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ; ຄວາມອາດສາມາດໃນການຜະລິດ ແລະ ສະໜອງສິນຄ້າກະສິກຳປະເພດສະບຽງອາຫານເພື່ອທົດແທນການນຳເຂົ້າໃນແຂວງພາກເໜືອຂອງ ສປປ ລາວ; ປັດໄຈທີ່ມີອິດທິພົນຕໍ່ປະສິດທິພາບການສື່ສານທາງການຕະຫຼາດສື່ສັງຄົມອອນລາຍຂອງຜູ້ປະກອບການ ODOP ພາຍໃນແຂວງຈໍາປາສັກ; ການສົ່ງຜ່ານນະໂຍບາຍເງິນຕາຕໍ່ອັດຕາເງິນເຟີ ໃນສປປລາວ; ຜົນກະທົບຂອງວິກິດເສດຖະກິດຕໍ່ກັບຄວາມໝັ້ນຄົງທາງດ້ານເສດຖະກິດຄົວເຮືອນໃນ 3 ແຂວງພາກກາງ ສປປ ລາວ; ການພັດທະນາຮູບແບບຜະລິດຕະພັນແບບມີສ່ວນຮ່ວມ ເພື່ອເພີ່ມມູນຄ່າຫັດຖະກໍາຈັກສານໃນເຂດຈຸດສຸມ ເມືອງວັງ ເມືອງວິລະບູລີ ແຂວງສະຫວັນນະເຂດ.
 

Leave a Comment

Your email address will not be published. Required fields are marked *