ໃນວັນທີ 26 ມີນາ 2026, ທີ່ຫ້ອງປະຊຸມ 2 ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກຳນົດຈຸດສຸມຫົວຂໍ້ຄົ້ນຄວ້າວິທະຍາສາດ ສຳລັບສົກປີ 2026-2030, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສຈ. ປອ ພູເພັດ ກ້ຽວພິລາວົງ, ກຳມະການສະພາບໍລິຫານ ກພວຕ ແລະ ທ່ານ ແກ້ວອຸທອນ ລຸນແສງຈັນ, ຫົວໜ້າກອງເລຂາ ກພວຕ. ມີ ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ), ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຄະນະກຳມະການວິຊາການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມລວມທັງໝົດ ຈຳນວນ 14 ທ່ານ.
ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ກໍານົດທິດທາງການຄົ້ນຄວ້າ ແລະ ສ້າງຄວາມເປັນເອກະພາບໃນການກຳນົດຈຸດສຸມບູລິມະສິດ ຂອງບັນດາຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ຈະໄດ້ຮັບການສະໜັບສະໜູນຈາກກອງທຶນ ໃນໄລຍະ 5 ປີ (2026-2030). ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຂອງການສັງລວມ ແຜນຈຸດສຸມ ຂອງກອງທຶນ ແຕ່ປີ, (2026-2030) ຊຶ່ງເປັນບ່ອນອີງໃນການສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ໃນການກຳນົດແຜນຈຸດສຸມຫົວຂໍ້ຄົ້ນຄວ້າວິທະຍາສາດ ແຕ່ປີ 2026-2030.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອຮັບປະກັນໃຫ້ການຄົ້ນຄວ້າວິທະຍາສາດໃນອະນາຄົດ ສາມາດຕອບໂຈດການພັດທະນາເສດຖະກິດ-ສັງຄົມ ຂອງຊາດຢ່າງມີປະສິດທິຜົນ.