ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກພວຕ ສ້າງ “ຄໍາແນະນໍາວ່າດ້ວຍການສະໜັບສະໜູນທຶນ ສ້າງຄວາມເຂັ້ມແຂງ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

          ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງ “ຄໍາແນະນໍາວ່າດ້ວຍການສະໜັບສະໜູນທຶນ ສ້າງຄວາມເຂັ້ມແຂງ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ” ສະບັບເລກທີ 153/ກພວຕ, ລົງວັນທີ 15 ທັນວາ 2025
          ຈຸດປະສົງເພື່ອຜັນຂະຫຍາຍເນື້ອໃນ ຂອງຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທຶນ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ສະບັບເລກທີ 123/ກພວຕ, ລົງວັນທີ 04 ທັນວາ 2024 ໃຫ້ລະອຽດຈະເເຈ້ງ ແລະ ຮັດກຸມ, ເພື່ອແນະນໍາ ວິທີ, ຂັ້ນຕອນ, ການສະເໜີ ແລະ ການຈັດຕັ້ງປະຕິບັດກິດຈະກໍາການສະໜັບສະໜູນທຶນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ເພື່ອເປັນບ່ອນອີງໃນການກໍານົດມາດຖານ, ເງື່ອນໄຂໃນການສະໜັບສະໜູນທຶນ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງນິຕິບຸກຄົນ ແລະ ການຈັດຕັ້ງປະຕິບັດໃຫ້ຖືກຕາມຫຼັກການ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ.
           ຄໍາແນະນໍາ ວ່າດ້ວຍການສະໜັບສະໜູນທຶນ ສ້າງຄວາມເຂັ້ມແຂງ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ” ມີຢູ່ 6 ມວກ 20 ມາດຕາ.

Leave a Comment

Your email address will not be published. Required fields are marked *