
ໃນວັນທີ 19 ມິຖຸນາ 2026 ເວລາ 14:00 ໂມງ ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ຊັ້ນ II, ຕຶກ 100 ເຂດສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມພົບປະແບບອອນລາຍ ລະຫວ່າງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ (STDF) ຮ່ວມກັບ ກອງທຶນວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສສ ຫວຽດນາມ (NAFOSTED) ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ (ໃນນາມກອງເລຂາກອງທຶນສະພາວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ) ແລະ ທ່ານ ຫງຽນ ງ໋ອກ ແອັງ ຫົວໜ້າພະແນກຄຸ້ມຄອງວຽກງານການຮ່ວມມືສາກົນ, ກອງທຶນວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສສ ຫວຽດນາມ, ຝ່າຍລາວເຂົ້າຮ່ວມປະກອບມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມຈຳນວນ 07 ທ່ານ ແລະ ຝ່າຍຫວຽດນາມ ເຂົ້າຮ່ວມປະກອບມີທ່ານຮອງຫົວໜ້າພະແນກ, ແລະ ຄະນະຮັບຜິດຊອບໂຄງການຮ່ວມມືທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 04 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຜັນຂະຫຍາຍກ່ຽວກັບເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນໃນປີຜ່ານມາ, ປຶກສາຫາລືຄວາມຄືບໜ້າກ່ຽວກັບ ໂຄງການຊ່ວຍເຫຼືອ ສ້າງລະບົບຄຸ້ມຄອງໂຄງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແບບອອນລາຍ ໃຫ້ແກ່ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງ ສປປ ລາວ (ພາສາລາວ ແລະ ພາສາອັງກິດ) ແລະ ປຶກສາຫາລືວຽກງານອື່ນໆ ທີ່ໄດ້ລົງນາມຮ່ວມກັນ.
ໃນກອງປະຊຸມຂອງສອງຝ່າຍ ໄດ້ມີການແລກປ່ຽນ, ຕົກລົງເຫັນດີເປັນເອກະພາບກັນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 04 ກໍລະກົດ 2025 ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ ໃນຄັ້ງຜ່ານມາ; ພ້ອມນັ້ນ ຝ່າຍ ຫວຽດນາມ ໄດ້ສະເໜີໃຫ້ ຝ່າຍລາວ ສະໜອງຂໍ້ມູນບັນດານິຕິກຳຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ທີ່ແປເປັນພາສາອັງກິດ ຫຼື ພາສາຫວຽດນາມ ໃຫ້ຝ່າຍ ສສ. ຫວຽດນາມ ເພື່ອໃຫ້ເປັນບ່ອນອີງໃນການ ສ້າງລະບົບຄຸ້ມຄອງໂຄງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແບບອອນລາຍໃຫ້ແກ່ ຝ່າຍລາວ; ສະເໜີໃຫ້ຝ່າຍລາວ ສົ່ງພະນັກງານວິຊາການຊ່ຽວຊານທາງດ້ານໄອທີ ໄປຝຶກອົບຮົມໃນການສ້າງລະບົບຄຸ້ມຄອງໂຄງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແບບອອນລາຍ ແລະ ຄຽງຄູ່ໃນການປະຕິບັດຕົວຈິງ.
ຫຼັງຈາກສ້າງລະບົບດັ່ງກ່າວສຳເລັດ ຝ່າຍຫວຽດນາມ ຈະມີການຈັດຝຶກອົບຮົມ ແນະນຳກ່ຽວກັບເຕັກນິກຂອງລະບົບ ໃຫ້ແກ່ນັກວິຊາການ ແລະ ຜູ້ໃຊ້ງານຂອງ ຝ່າຍລາວ ໃຫ້ສາມາດນຳໃຊ້ລະບົບໄດ້ຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ ຝ່າຍລາວເອງ ຍັງໄດ້ສະເໜີໃຫ້ ຝ່າຍຫວຽດນາມ ສົ່ງວິຊາການມາປະຊຸມປຶກສາຫາລື ກ່ຽວກັບບັນດານິຕິກຳທີ່ຝ່າຍຫວຽດນາມ ໄດ້ຊ່ວຍສ້າງທີ່ຜ່ານມາ ແລະ ກວດກາຄວາມສອດຄ່ອງໃນການຈັດຕັ້ງປະຕິບັດໂຕຈິງ ແລະ ຫຼັງຈາກສ້າງລະບົບຄຸ້ມຄອງໂຄງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແບບອອນລາຍແລ້ວ ສະເໜີໃຫ້ຝ່າຍຫວຽດນາມຊ່ວຍເຫຼືອດ້ານອຸປະກອນທາງໄອທີດ້ານ Server ແລະ Computer ໃຫ້ແກ່ຝ່າຍລາວ.
