ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມ ຕິດຕາມ ກວດກາ ແລະ ປະເມີນຜົນ ປະຈຳໄລຍະ ຫົວຂໍ້ຄົ້ນຄວ້າວິທະຍາສາດ ປີ 2023 ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງວັນທີ  16/07/2026, ທີ່ ຫ້ອງປະຊຸມ ທີ 2  

           ໃນວັນທີ 16 ກໍລະກົດ 2026 ເວລາ 08:30 ໂມງ ຢູ່ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ (ສສກ), ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຫົວຂໍ້ໂຄງການຄົ້ນຄວ້າວິທະຍາສາດ ປະຈຳປີ 2023 ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າກອງເລຂາກອງທຶນ, ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ; ມີບັນດາທ່ານຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະກຳມະການວິຊາການກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ກພວຕ, ຫົວໜ້າຫົວຂໍ້ ແລະ ທີມງານຄົ້ນຄວ້າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
          ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງສຳຄັນ ເພື່ອຮ່ວມກັນຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາຫົວຂໍ້ໂຄງການຄົ້ນຄວ້າວິທະຍາສາດ ປະຈຳປີ 2023 ໃຫ້ມີຄວາມສອດຄ່ອງ, ໂປ່ງໃສ ແລະ ຮັບປະກັນປະສິດທິພາບສູງສຸດໃນການນຳໃຊ້ງົບປະມານຂອງລັດ. ໃນນັ້ນ, ກອງປະຊຸມໄດ້ສຸມໃສ່ການຄົ້ນຄວ້າ ແລະ ຊອກຫາສາເຫດທີ່ແທ້ຈິງຂອງບັນດາໂຄງການທີ່ດຳເນີນການຫຼ້າຊ້າກວ່າແຜນການ ເພື່ອຊອກຫາມາດຕະການແກ້ໄຂຢ່າງຮີບດ່ວນ, ພິຈາລະນາປະເມີນຄວາມເປັນໄປໄດ້ບົນຫຼັກການວິທະຍາສາດຢ່າງກົງໄປກົງມາສຳລັບໂຄງການທີ່ສະເໜີຂໍຕໍ່ສັນຍາ, ເນັ້ນໜັກການວັດແທກຜົນໄດ້ຮັບ ແລະ ຜົນຜະລິດຕົວຈິງ (Outputs) ທີ່ມີເອກະສານຢັ້ງຢືນຈະແຈ້ງ ເປັນຕົ້ນແມ່ນ ຜົນງານການຕີພິມວິຊາການ ແລະ ການກໍ່ສ້າງບຸກຄະລາກອນ; ພ້ອມທັງຮ່ວມກັນກຳນົດມາດຕະການທາງວິໄນຢ່າງເດັດຂາດ ຕໍ່ກັບໂຄງການທີ່ບໍ່ສຳເລັດໂດຍບໍ່ມີເຫດຜົນສົມຄວນ ເພື່ອຮ່ວມກັນສ້າງບັນທັດຖານໃໝ່ ທີ່ມີຄວາມຮັບຜິດຊອບສູງ ແລະ ຍົກລະດັບມາດຕະການຄຸ້ມຄອງກອງທຶນໃຫ້ມີຄວາມສັກສິດ ແລະ ຍືນຍົງ.
        ໂດຍເຫັນໄດ້ເຖິງບົດບາດ, ຄວາມສຳຄັນ ຂອງວຽກງານຄົ້ນຄວ້າ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນກຳລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ. ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງຄຸ້ມຄອງກອງທຶນມີຄວາມສອດຄ່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃນການຕິດຕາມກວດກາ ແລະ ປະເມີນຜົນການຄົ້ນຄວ້າ,
        ສະນັ້ນ, ໃນນາມທີ່ເປັນປະທານກອງປະຊຸມໃນຄັ້ງນີ້ ຮຽກຮ້ອງໃຫ້ບັນດາທ່ານໃນຄະນະກຳມະການປະເມີນຜົນ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ ດ້ວຍຄວາມ ຮັບຜິດຊອບສູງ ແລະ ຂໍມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມດັ່ງນີ້:
  1. ໃຫ້ທາງຄະນະກຳມະການກວດກາ ຕື່ມ ໃນໄລຍະເວລາຂອງສັນຍາ ແມ່ນສິ້ນສຸດແລ້ວແຕ່ ຫົວຂໍ້ດັ່ງກ່າວ ຍັງບໍ່ສາມາດປິດໄດ້ ແລະ ການຈັດຕັ້ງປະຕິບັດລ່າຊ້າ ບໍ່ໄປຕາມບົດຄົ້ນຄວ້າວິທະຍາສາດທີ່ກຳນົດໄວ້ເບຶ້ອງຕົ້ນ;
  2. ໃຫ້ຄະນະກຳມະການວິຊາການ ກວດກາ ແລະ ປະເມີນຜົນ ຫົວຂໍ້ຄົ້ນຄວ້າ ວິທະຍາສາດ ຖ້າວ່າຕໍ່ສັນຍາໄປແລ້ວ ຫົວຂໍ້ຄົ້ນຄວ້າຈະສໍາເລັດຕາມແຜນທີ່ໄດ້ກຳນົດໄວ້;
  3. ຮຽກຮ້ອງໃຫ້ຄະນະກຳມະການ ປະເມີນຜົນ ກ່ຽວກັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າໃນໄລຍະຜ່ານມາ ເປັນຕົ້ນແມ່ນ ກິດຈະກຳ, ຜົນງານການຕີພິມລົງວາລະສານພາຍໃນ ແລະ ສາກົນ, ການຈົດທະບຽນຊັບສິນທາງປັນຍາ, ປື້ມວິຊາການ, ການກໍ່ສ້າງບຸກຄະລະກອນ ປ ຕີ, ປ ໂທ ແລະ ປ ເອກ;
  4. ໃຫ້ຄະນະກຳມະການ ມີຄຳເຫັນສຳລັບຫົວຂໍ້ຄົ້ນຄວ້າວິທະຍາສາດ ຖ້າວ່າບໍ່ສຳເລັດຢາກໃຫ້ຄະນະກໍາມະການມີຄໍາເຫັນໃຫ້ໂຈະ ຫຼື ໃຫ້ປະຕິບັດຕາມສັນຍາກຳນົດໄວ້;
  5. ໃຫ້ຄະນະກໍາມະການ ຮ່ວມກັບກອງເລຂາກອງທຶນເຮັດບົດບັນທຶກກັບຫົວໜ້າຫົວຂໍ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ;
  6. ການຕິດຕາມ, ກວດກາ ແລະ ປະເມີນຜົນໃນຄັ້ງນີ້ ຄະນະກໍາມະການແມ່ນຈະໄດ້ນໍາໃຊ້ 3 ແບບພີມ ຄື 8, 9 ແລະ 10.
         ໃນກອງປະຊຸມຄັ້ງນີ້, ຄະນະກຳມະການວິຊາການໄດ້ແບ່ງຄວາມຮັບຜິດຊອບການຕິດຕາມ ແລະ ປະເມີນຜົນອອກເປັນ 2 ຂົງເຂດ ຄື: ວິທະຍາສາດກາຍະພາບ 8 ຫົວຂໍ້ ແລະ ວິທະຍາສາດການເມືອງ (ແລະ ສັງຄົມ) 7 ຫົວຂໍ້ ເພື່ອກວດກາບັນດາໂຄງການທີ່ໄດ້ຮັບງົບປະມານ 90%, 60% ແລະ ໂຄງການທີ່ສະເໜີປິດ.
         ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນ. ໃນຕອນທ້າຍ, ປະທານໄດ້ຕາງໜ້າໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ຄະນະກຳມະການວິຊາການທຸກທ່ານ ຕະຫຼອດຮອດຜູ້ແທນກອງປະຊຸມ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານນີ້, ພ້ອມທັງອວຍພອນໃຫ້ທຸກທ່ານມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ. ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 16:30 ໂມງ ຂອງວັນດຽວກັນ.

Leave a Comment

Your email address will not be published. Required fields are marked *