ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງດຳລັດວ່າ ດ້ວຍນັກຄົ້ນຄວ້າວິທະຍາສາດ ຕາມຄຳເຫັນຂອງກອງປະຊຸມລັດຖະບານ

          ວັນທີ 20 ກຸມພາ 2025 ຜ່ານມານີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ ແລະ ຫ້ອງການສະພາວິທະຍາສາດແຫ່ງຊາດ,ສສກ ຈັດກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງດຳລັດວ່າ ດ້ວຍນັກຄົ້ນຄວ້າວິທະຍາສາດສາດ ຕາມຄຳເຫັນຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມັງກອນ 2025, ໃນວັນທີ 04 ກຸມພາ 2025 ທີ່ຜ່ານມາ ຂື້ນ ຢູ່ທີ່ຫ້ອງປະຊຸມ ເຮືອນພັກຕົ້ນດູ່ຊູຊັບ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ບຸນໜັກ ດາລາງາແກ້ວ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກົງຈີ ຍ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ; ມີບັນດາທ່ານ ຫົວໜ້າກົມ, ຫົວໜ້າຫ້ອງການ ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ທັງສາມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ປັບປຸງ ແລະ ຮຽບຮຽງ ຄຶນຮ່າງດຳລັດວ່າ ດ້ວຍນັກຄົ້ນຄວ້າວິທະຍາສາດ ຕາມຄຳເຫັນຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມັງກອນ 2025, ໃນວັນທີ 04 ກຸມພາ 2025 ທີ່ຜ່ານມາ
ກອງປະຊຸມປຶກສາຫາລືຄົ້ນຄວ້າໃນບາງຈຸດຄຳເຫັນຂອງສະມາຊິກລັດຖະບານ ມີດັ່ງນີ້: ຊື່ຂອງຮ່າງດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ, ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການເຄື່ອນໄຫວວຽກງານຂອງນັກຄົ້ນຄວ້າວິທະຍາສາດ, ມາດຕາ 6 ຂອບເຂດການນໍາໃຊ້ດໍາລັດ, ມາດຕາ 7 ຕໍາແໜ່ງນັກຄົ້ນຄວ້າວິທະຍາສາດ, ມາດຕາ 8 ມາດຕະຖານຂອງຜູ້ທີ່ຈະໄດ້ຮັບຕໍາແໜ່ງນັກຄົ້ນຄວ້າວິທະຍາສາດ, ມາດຕາ 13 ການເລື່ອນຂ້າມຂັ້ນຕຳແໜ່ງຂອງນັກຄົ້ນຄວ້າວິທະຍາສາດ, ມາດຕາ 14 ການແຕ່ງຕັ້ງຕໍາແໜ່ງນັກຄົ້ນຄວ້າວິທະຍາສາດ, ມາດຕາ 15 ອາຍຸກະສຽນການເປັນນັກຄົ້ນຄວ້າວິທະຍາສາດ, ມາດຕາ 18 ພັນທະຂອງນັກຄົ້ນຄວ້າວິທະຍາສາດ, ມາດຕາ 19 ຈັນຍາບັນຂອງນັກຄົ້ນຄວ້າວິທະຍາສາດ ແລະ ຈັນຍາທໍາ ການຄົ້ນຄວ້າວິທະຍາສາດ, ມາດຕາ 26 ນາມມະຍົດນັກຄົ້ນຄວ້າວິທະຍາສາດ, ມາດຕາ 32 ລາງວັນວິທະຍາສາດ, ມາດຕາ 42 ອົງການຄຸ້ມຄອງ ແລະ ກວດກາ ແລະ ມາດຕາ 45 ມາດຕະການຕໍ່ຜູ້ລະເມີດ. ໃນກອງປະຊຸມໄດ້ປຶກສາຫາລືແບບວິຊາການ ທີເຕັມໄປດ້ວຍປັນຍາກາດຍາງຟົດຟືນ ຂອງບັນດາທ່ານເຂົ້າຮ່ວມກອງປະຊຸມ ແລະ ມີຄວາມຮັບຜິດຊອບສູງເອົາໃຈໃສ່ໃນການປະກອບຄຳເຫັນສົນທະນາແລກປ່ຽນບົດຮຽນກັນ ແລະ ກັນຍາງກົງໄປກົງມາອັນໄດ້ເນື້ອໃນຂອງຮ່າງດຳລັດສະບັບນີ້ມີຄວາມສົມບູນຄົບຖ້ວນ.
          ກອງປະຊຸມປັບປຸງ ແລະ ຮຽບຮຽງຄືນຮ່າງດຳລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ ຕາມຄຳເຫັນຂອງກອງປະຊຸມລັດຖະບານ ທີມີຄວາມໝາຍສຳຄັນນີ້ດຳເນີນມາເປັນເວລາເຄີ່ງວັນໃນຕ່ອນທ້າຍກອງປະຊຸ່ມປະທ່ານກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີມຜົນສຳເລັດຂອງກອງປະຊຸມຢ່າງຈົບງາມ ແລະ ອວຍໄຊໃຫ້ພອນຄະນະຮັບຜິດຊອບທຸກທ່ານຈົ່ງມີແຕ່ສຸຂະພາບແຂງແຮງປະສົມຜົນສຳເລັດໜ້າທີວຽກງານທຸກໆດ້ານ. 
(ພາບ ແລະ ຂ່າວ ພະແນກປະສານງານວິທະຍາສາດ, ຫສວຊ)

Leave a Comment

Your email address will not be published. Required fields are marked *