ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2026

           ໃນວັນທີ 23 ກໍລະກົດ 2026 ທີ່ຫ້ອງປະຊຸມໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໄດ້ມີກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກ 6 ເດືອນ ທ້າຍປີ 2026, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.
        
           ໃນກອງປະຊຸມ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພາະເປັນກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ນອກຈາກເປັນການສະຫຼຸບວຽກງານແລ້ວ, ພວກເຮົາຍັງຈະໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ໃສ່ທິດທາງການດຳເນີນງານທີ່ສຳຄັນ ເປັນຕົ້ນແມ່ນ ຕ້ອງປັບປຸງ ແລະ ຫັນປ່ຽນວິທີການຈັດຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານວິທະຍາສາດ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບສູງຂຶ້ນ. ພ້ອມກັນນັ້ນ ກໍໃຫ້ເອົາໃຈ ໃສ່ບົ່ມເພາະ, ກໍ່ສ້າງ ແລະ ສົ່ງເສີມກຳລັງນັກວິທະຍາສາດຮຸ່ນໃໝ່ ໂດຍສະເພາະແມ່ນໄວໜຸ່ມ, ທັງຊຸກຍູ້ໃຫ້ສະຖາບັນການສຶກສາ, ມະຫາວິທະຍາໄລ ແລະ ພາກທຸລະກິດ ເຂົ້າມີສ່ວນຮ່ວມໃນວຽກງານການຄົ້ນຄວ້າວິທະຍາສາດໃຫ້ຫຼາຍຂຶ້ນ; ມອບໃຫ້ຄະນະກຳມະການວິຊາການ ເພີ່ມຄວາມເຂັ້ມງວດໃນການກວດກາ, ພິຈາລະນາ ແລະ ຄັດເລືອກຫົວຂໍ້ຄົ້ນຄວ້າ ໂດຍຕ້ອງກວດກາຢ່າງລະອຽດວ່າ ຫົວຂໍ້ດັ່ງກ່າວບໍ່ເຄີຍໄດ້ຮັບການສະໜອງທຶນຈາກພາກສ່ວນອື່ນມາກ່ອນ, ມີເນື້ອໃນສອດຄ່ອງກັບຄວາມຕ້ອງການຕົວຈິງ ແລະ ຕອບສະໜອງໄດ້ຕາມທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ມອບໃຫ້ຫົວໜ້າຫົວຂໍ້ຄົ້ນຄວ້າ ແລະ ອົງການຈັດຕັ້ງຮັບຜິດຊອບ ເອົາໃຈໃສ່ຄຸ້ມຄອງໂຄງການຢ່າງເຂັ້ມງວດ ຕາມລະບຽບຫຼັກການ ແລະ ເງື່ອນໄຂຂອງກອງທຶນ ໂດຍສະເພາະແມ່ນວຽກງານການເຮັດບົດລາຍງານ, ແຜນງົບປະມານ ແລະ ແຜນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ແລະ ທັນເວລາ.
           ຫຼັງຈາກນັ້ນ, ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຫົວໜ້າກອງເລຂາກອງທຶນພັດທະນາວິທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ 6 ເດືອນ ປີ 2026 ໂດຍມີຜົນສໍາເລັດຮອບດ້ານ ໂດຍສະເພາະແມ່ນການຫັນເຂົ້າສູ່ລົງເລິກປັບປຸງພັດທະນາກົງຈັກການຈັດຕັ້ງ, ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນດ້ານການ ບໍລິຫານ-ຄຸ້ມຄອງ, ພ້ອມທັງໄດ້ສ້າງ ແລະປັບປຸງ ບັນດານິຕິກຳ, ບົດແນະນໍາ, ຄູ່ມື ແລະ ແບບພິມຕ່າງໆ ທີ່ຈຳເປັນ ເພື່ອຮັບປະກັນໃຫ້ການບໍລິຫານທຶນມີຄວາມຮັດກຸມ ແລະ ມີປະສິດທິພາບສູງຂຶ້ນ. ຄຽງຄູ່ກັນນັ້ນ, ກອງທຶນຍັງໄດ້ເອົາໃຈໃສ່ສ້າງຖານຂໍ້ມູນເຄືອຂ່າຍນັກຄົ້ນຄວ້າ ແລະ ເພີ່ມທະວີການປະສານງານ ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮ່ວມກັນກຳນົດຫົວຂໍ້ຄົ້ນຄວ້າເປົ້າໝາຍ ໃຫ້ສອດຄ່ອງກັບ ຄວາມຕ້ອງການຕົວຈິງ, ເຊິ່ງເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ເຂົ້າມາມີສ່ວນຮ່ວມໃນການຄົ້ນຄວ້າວິທະຍາສາດຢ່າງແຂງແຮງ.
           ສໍາລັບທິດທາງລວມໃນ 06 ເດືອນທ້າຍປີ 2026 ແມ່ນສຸມໃສ່ປັບປຸງ ແລະ ປະກາດໃຊ້ນິຕິກຳຄຸ້ມຄອງທຶນໃຫ້ສໍາເລັດ, ເລັ່ງສະຫຼຸບປິດຫົວຂໍ້ຄົ້ນຄວ້າຂອງປີເກົ່າ, ດໍາເນີນການກັ່ນກອງ ແລະ ອະນຸມັດທຶນຮອບໃໝ່ ປີ 2026 ໃຫ້ທັນກຳນົດ, ພ້ອມທັງຍົກລະດັບຖານຂໍ້ມູນນັກຄົ້ນຄວ້າ, ລິເລີ່ມໂຄງການ ສ້າງລະບົບຄຸ້ມຄອງໂຄງການແບບອອນລາຍ ແລະ ຍູ້ດັນການຄົ້ນຄວ້າຜະລິດຕະພັນ ຮ່ວມກັບ ພາກທຸລະກິດໃຫ້ເຫັນຜົນເປັນຮູບປະທຳ.
          ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການສັງລວມຫົວຂໍ້ຄົ້ນຄວ້າວິທະຍາສາດ ປີ 2026 ແລະ ຈັດແບ່ງກຸ່ມຄະນະກໍາມະການ ເພື່ອພິຈາລະນາຄັດເລືອກ ຫົວຂໍ້ຄົ້ນຄວ້າຂອງປີ 2026 ແລະ ຜົນການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າປີ 2023 ແລະ 2024 ພ້ອມທັງໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ສ້າງສັນ.
ພາບ-ຂ່າວໂດຍ: ການຈະນາ
 

Leave a Comment

Your email address will not be published. Required fields are marked *