ກອງປະຊຸມວິຊາການກ່ຽວກັບແຜນການຄົ້ນຄວ້າ ແລະ ເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ຢູ່ທີ່ ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ.
ໃນລະຫວ່າງວັນທີ 17- 18 ກັນຍາ 2025 ທີ່ຜ່ານມາ ຄະນະຮັບຜິດຊອບສ້າງແຜນງານການຄົ້ນຄວ້າພັດທະນາວິທະຍາສາດ ຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ(ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ(ຫສວຊ), ກະຊວງສຶກສາທິການ ແລະ ກິລາ, ຊື່ງນໍາໂດຍ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດບັນດາຂະແໜງການອ້ອມຂ້າງທົ່ວແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີພາກສ່ວນທີ່ຖືກເຊີນຈາກ: ຫ້ອງວ່າການປົກຄອງແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການເງິນແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. […]







