ກພວຕ ລົງເຄື່ອນໄຫວ ຕິດຕາມ, ຊູກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງສົກ ປີ 2023 ແລະ ປີ 2024 ສອງແຂວງພາກໃຕ້
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕິດຕາມ ຊູກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງສົກ ປີ 2023 ແລະ ປີ 2024 ໃຫ້ແກ່ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ທີມງານການຄົ້ນຄວ້າວິທະຍາສາດຂື້ນ. ຢູທີ່ ມະຫາວິທະຍາໄລຈຳປາສັກ ໃນວັນທີ 21 ຕຸລາ 2025 ແລະ ມະຫາວິທະຍາໄລສະຫວັນນະເຂດ ໃນວັນທີ 22 ຕຸລາ 2025 ໂດຍການນຳພາເຄື່ອນໄຫວຕິດຕາມ ຊູກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຜູ້ປະຈຳການ ມີບັນດາ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການ, […]







