ກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ ໃນລະຫວ່າງວັນທີ 08-10 ທັນວາ 2025 ຢູ່ທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້້າຮ່ວມທັງໝົດ 25 ທ່ານ. ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ […]
ກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ Read More »








