ກອງປະຊຸມວິຊາການກ່ຽວກັບແຜນການຄົ້ນຄວ້າ ແລະ ເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ທີ່ ແຂວງ ຜົ້ງສາລີ
ໃນລະຫວ່າງວັນທີ 12 ມິຖຸນາ 2025 ທີ່ຜ່ານມາ ຄະນະຮັບຜິດຊອບສ້າງແຜນງານການຄົ້ນຄວ້າພັດທະນາວິທະຍາສາດ ຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ(ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ(ຫສວຊ), ກະຊວງສຶກສາທິການ ແລະ ກິລາ, ເຊິ່ງນໍາໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມດ້ວຍຄະນະໄດ້ລົງເກັບກຳຂໍ້ມູນດ້ານການຄົ້ນຄວ້າວິທະຍາສາດບັນດາຂະແໜງ ການອ້ອມຂ້າງທົ່ວແຂວງ, ຢູ່ທີ່ ແຂວງ ຜົ້ງສາລີ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີພາກສ່ວນທີ່ຖືກເຊີນຈາກ: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການເງິນແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. […]








